ທີມຊາດອູຣູໄກວ ຊະນະ ອີຕາລີ 1-0 ສ້າງປະຫວັດສາດຄວ້າແຊ້ມເຕະບານຊາຍ U20 ຊິງແຊ້ມໂລກ ຄັ້ງທຳອິດ
June 12, 2023 - 1:20 PM


ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ ຮອບຊິງຊະນະເລີດ
ອູຣູໄກວ ອາດີດຮອງແຊ້ມ 2 ສະໄໝ ປີ 1997 ແລະ 2013 ພົບກັບ
ອີຕາລີ ທີ່ເຂົ້າຊິງເປັນຄັ້ງທຳອິດ, ຄູ່ນີ້ ມີປະຕູໂທນທ້າຍເກມເປັນຂອງ ອູຣູໄກວ ນາທີ 86′ ລູເຊຍໂນ້ ໂຣດຣີເກັຊ ໂຣຊາເລັສ, ອູຣູໄກວ ສ້າງປະຫວັດສາດຄວ້າແຊ້ມເຕະບານຊາຍ U20 ຊິງແຊ້ມໂລກ ຄັ້ງທຳອິດ.


ຂະນະທີ່ ຄູ່ຊິງທີ 3 ໂສມຂາວ
ສາທາລະນະລັດເກົາຫລີ ຮອງແຊ້ມຄັ້ງຜ່ານມາ ເສຍໃຫ້
ອິດສະຣາແອນ ນ້ອງໃໝ່ 1-3, ອິດສະຣາແອນ ໄດ້ຫລຽນທອງກັບບ້ານ
.



