ຮູ້ຈັກກັບອາການກ້າມຊີ້ນອ່ອນແຮງ ແລະ ລີບ

- 021809 2017 - ຮູ້ຈັກກັບອາການກ້າມຊີ້ນອ່ອນແຮງ ແລະ ລີບ
- kitchen vibe - ຮູ້ຈັກກັບອາການກ້າມຊີ້ນອ່ອນແຮງ ແລະ ລີບ

ສາເຫດຂອງອາການກ້າມຊີ້ນອ່ອນແຮງນັ້ນໃນປະຈຸບັນຍັງບໍ່ຮູ້ສາເຫດທີ່ຈະແຈ້ງວ່າເປັນຫຍັງ ແຊນປະສາດນຳຄຳສັ່ງຈຶ່ງເກີດ ການເສື່ອມສະມັດຕະພາບ ໂດຍສົມມຸດຖານເຊື່ອວ່າ : ອາການກ້າມຊີ້ນອ່ອນແຮງເກີດໄດ້ຈາກຫລາຍປັດໄຈຮ່ວມກັນ ໄດ້ແກ່ : ການມີປັດໄຈບາງຢ່າງທາງກຳມະພັນ ເຊິ່ງຍັງບໍ່ຮູ້ສາເຫດທີ່ຈະແຈ້ງທີ່ເຮັດໃຫ້ແຊນປະສາດນຳຄຳສັ່ງມີໂອກາດເສື່ອມສະພາບໄດ້ ງ່າຍກ່ວາບຸກຄົນອື່ນ, ມີປັດໄຈທາງສິ່ງແວດລ້ອມທີ່ມີການປົນເປື້ອນຂອງສານພິດ ເຊັ່ນ : ຢາຂ້າແມງໄມ້, ສານໂລຫະໜັກ, ລັງສີ  ຫລື ການຕິດເຊື້ອໄວຣັສບາງຊະນິດມາຊ່ວຍກະຕຸ້ນສົ່ງເສີມໃຫ້ແຊນປະສາດນຳຄຳສັ່ງເກີດການເຮັດວຽກຜິດປົກກະຕິ ຮ່ວມກັບ ອາຍຸທີ່ສູງຂຶ້ນຕາມເວລາ ເຮັດໃຫ້ເກີດການເສື່ອມສະຫລາຍຂອງແຊນ ອັນເນື່ອງມາຈາກແບັດເຕີຣີທີ່ຄອຍສ້າງພະລັງງານໃຫ້ແຊນ (mitochondria) ມີຄວາມຜິດປົກກະຕິ, ແຕ່ສົມມຸດຖານເຫລົ່ານີ້ຍັງບໍ່ໄດ້ຮັບການພິສູດທີ່ແນ່ນອນ.

ເລີ່ມຕົ້ນຄົນປ່ວຍຈະມີອາການກ້າມຊີ້ນອ່ອນແຮງຂອງມື, ແຂນ, ຂາ ຫລື ຕີນເບື້ອງໃດເບື້ອງໜຶ່ງກ່ອນ ເຊັ່ນ : ຍົກແຂນບໍ່ຂຶ້ນເໜືອຫົວ, ກຳມືຖືສິ່ງຂອງບໍ່ໄດ້, ຂໍ້ມື ຫລື ຂໍ້ຕີນຕົກ, ຍ່າງແລ້ວລົ້ມຕະຫລອດ ຫລື ເຕະສະດຸດລົ້ມເປັນປະຈຳ, ຂຶ້ນຂັ້ນໄດລຳບາກ, ລຸກນັ່ງລຳບາກ ເປັນຕົ້ນ. ອາການກ້າມຊີ້ນອ່ອນແຮງຈະຄ່ອຍໆເປັນຫລາຍຂຶ້ນຈົນລາມໄປເປັນທັງ 2 ເບື້ອງ. ຄົນປ່ວຍບາງຄົນອາດມີອາການກ້າມຊີ້ນອ່ອນແຮງຂອງແຂນ ຫລື ຂາທັງສອງເບື້ອງນັບແຕ່ເລີ່ມຕົ້ນ. ນອກຈາກອາການກ້າມຊີ້ນອ່ອນແຮງແລ້ວຍັງພົບວ່າ ມີກ້າມຊີ້ນລີບຮ່ວມກັບກ້າມຊີ້ນເຕັ້ນຮ່ວມນຳ. ຄົນປ່ວຍບາງຄົນອາດມາພົບແພດເທື່ອທຳອິດດ້ວຍອາການມືລີບ ຫລື ຂາລີບ, ເວົ້າບໍ່ແຈ້ງ, ເວົ້າລີ້ນແຂງ, ລີ້ນລີບ, ເວລາກືນນຳ້ ຫລື ອາຫານແລ້ວຈະສະໝັກ. ຄົນປ່ວຍບາງຄົນມາພົບທ່ານໝໍດ້ວຍອາການກ້າມຊີ້ນກະບັງລົມອ່ອນແຮງ ເຮັດໃຫ້ເມື່ອຍງ່າຍໂດຍສະເພາະເວລານອນທ່ານອນຫງາຍ ແລະ ມັກຕື່ນຕອນກາງເດິກ ເພາະມີອາການເມື່ອຍ, ແຕ່ເນື່ອງຈາກອາການຂອງພະຍາດຄ້າຍຄືກັບພະຍາດອື່ນ ເຮັດໃຫ້ຄົນປ່ວຍໃນໄລຍະທຳອິດໄດ້  ຮັບການບົ່ງມະຕິວ່າເປັນພະຍາດອື່ນ. ໂດຍທົ່ວໄປເມື່ອອາການເປັນຫລາຍຂຶ້ນ ຄົນປ່ວຍຈະມີອາການກ້າມຊີ້ນແຂນຂາອ່ອນແຮງ ແລະ ລີບເຂົ້າ, ອາການຮຸນແຮງຂຶ້ນ ແລະ ມີອາການຮ່ວມກັບກ້າມຊີ້ນທີ່ໃຊ້ໃນການເວົ້າ, ການກືນອ່ອນແຮງ ຈົນຕ້ອງໃຊ້ທໍ່ໃຫ້ອາຫານທາງສາຍຢາງ ຜ່ານທາງດັງ ຫລື ທາງໜ້າທ້ອງ ແລະ ກ້າມຊີ້ນຫາຍໃຈອ່ອນແຮງຈົນກະທັ້ງຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ. ໃນປະຈຸບັນຍັງບໍ່ມີວິທີປິ່ນປົວໃຫ້ເຊົາຂາດ ແລະ 50% ຂອງຄົນປ່ວຍໂດຍສະເລ່ຍຈະເສຍຊີວິດຫລັງຈາກມີອາການໃນໄລຍະເວລາປະມານ 2 ປີ ສາເຫດຂອງການເສຍຊີວິດແມ່ນເກີດຈາກລະບົບຫາຍໃຈລົ້ມເຫລວ ແລະ ການຕິດເຊື້ອໃນປອດ ອັນເນື່ອງມາຈາກການສະໝັກ.

ເມື່ອໄດ້ຮັບການບົ່ງມະຕິວ່າເປັນພະຍາດນີ້ແລ້ວ ການດູແລຄົນປ່ວຍແບບປະຄັບປະຄອງ ແລະ ໃຫ້ກຳລັງໃຈທີ່ດີຈາກຜູ້ດູແລເບິ່ງແຍງ ແລະ ຄອບຄົວ ຈະຊ່ວຍໃຫ້ຄົນປ່ວຍບໍ່ທໍ້, ມີຄຸນນະພາບຊີວິດທ່ີດີໄດ້ ເຊິ່ງໃນອະນາຄົດອາດຈະມີວິວັດທະນາການປິ່ນປົວພະຍາດໃຫ້ດີຂຶ້ນໄດ້ຄືກັບພະຍາດທາງລະບົບປະສາດຊະນິດອື່ນໆ. ນອກຈາກການໃຊ້ຢາ ແລະ ການເບິ່ງແຍງແບບປະຄັບປະຄອງແລ້ວ ກໍຄວນອອກກຳລັງກາຍສະໝໍ່າສະເໝີ, ເຮັດກິດຈະກຳ ແລະ ເຮັດກາຍະພາບບຳບັດກ້າມຊີ້ນພາກສ່ວນທີ່ອ່ອນແຮງ ເພື່ອປ້ອງກັນການລີບທີ່ເກີດຈາກອາການກ້າມຊີ້ນບໍ່ໄດ້ໃຊ້ວຽກດົນໆ ແລະ ປ້ອງກັນການຕິດຂັດຂອງຂໍ້, ການກິນອາຫານ ແລະ ພັກຜ່ອນໃຫ້ພຽງພໍກໍຊ່ວຍໄດ້, ການໃຊ້ເຄື່ອງຊ່ວຍຫາຍ ໃຈຊະນິດບໍ່ໃສ່ທໍ່ຫາຍໃຈຢູ່ເຮືອນກໍຈະຊ່ວຍໃຫ້ຄົນປ່ວຍນອນໄດ້ບໍ່ເມື່ອຍ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນໄດ້ໃນລະດັບໜຶ່ງ.

- 5 - ຮູ້ຈັກກັບອາການກ້າມຊີ້ນອ່ອນແຮງ ແລະ ລີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!