ເປັດຜູ້ມັກເຂົ້າ Pub ດື່ມເບຍ ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ!

ເປັດຜູ້ມັກເຂົ້າ pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ! - 352859992 790830802616045 1565630121039223173 n - ເປັດຜູ້ມັກເຂົ້າ Pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ!
ເປັດຜູ້ມັກເຂົ້າ pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ! - kitchen vibe - ເປັດຜູ້ມັກເຂົ້າ Pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ!

ເຫດການມີປາກສຽງກັນໃນສະຖານບັນເທີງ ເປັນສິ່ງໜຶ່ງທີ່ເຮົາພົບເຫັນກັນຕະຫລອດ, ແຕ່ໃຜຈະທັນຄິດວ່າຄູ່ກໍລະນີຄັ້ງນີ້ຈະແມ່ນ ເປັດ ກັບ ໝາ

.

ເປັດຜູ້ມັກເຂົ້າ pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ! - Visit Laos Visit SALANA BOUTIQUE HOTEL - ເປັດຜູ້ມັກເຂົ້າ Pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ!

ເຫດການຄັ້ງນີ້ເກີດຂຶ້ນເມື່ອປີ 2017

.

ເປັດໂຕນີ້ມີນາມວ່າ “ສະຕາ” ເປັນເປັນຂອງຊາຍທີ່ມີນາມວ່າ Barrie Hayman ເຊິ່ງເປັດໂຕນີ້ມີຊື່ສຽງ ແລະ ເປັນທີ່ຮູ້ຈັກກັນດີໃນແຖວບ້ານເດວອນ ປະເທດອັງກິດ

.

Barrie ລ້ຽງເປັດໂຕນີ້ໄວ້ຕັ້ງແຕ່ຍັງນ້ອຍ ແລະ ມັກຈະໃສ່ໂບ, ມັດເນັກໄທ ແລະ ເອົາໃສ່ກະເປົ໋າອອກທ່ຽວຕາມຮ້ານບັນເທີງແຖວບ້ານ ເຮັດໃຫ້ ສະຕາ ກາຍເປັນເປັດທີ່ຫລາຍຄົນຮູ້ຈັກ ແລະ ເປັດໂຕນີ້ມັກດື່ມເບຍອີກດ້ວຍ (ແຕ່ເຈົ້າຂອງໃຫ້ດື່ມແບບນັບເທື່ອໄດ້)

.

ແຕ່ມື້ໜຶ່ງໄດ້ເກີດເລື່ອງທີ່ເຮັດໃຫ້ເຈົ້າຂອງຕ້ອງເຈັບຫົວ ເມື່ອລາວໄດ້ພາ ສະຕາ ໄປທ່ຽວຜັບກັບໝາທີ່ຊື່ ແມັກກີ້, ແຕ່ສຸດທ້າຍເລື່ອງລາວພັດຈົບລົງດ້ວຍ ສະຕາ ໄປມີປາກສຽງກັບ ແມັກກີ້ (ໝາຂອງ Barrie)

.

ຄວາມຈິງແລ້ວ ສະຕາ ກັບ ແມັກກີ້ ເປັນໝູ່ກັນ ໄປໃສມາໃສກໍໄປນໍາກັນ ແຕ່ມື້ນັ້ນ ສະຕາ ຄຶກຄັກເປັນພິເສດ ເລີຍໄປກວນ ແມັກກີ້ ເຮັດໃຫ້ ແມັກກີ້ ໝົດຄວາມອົດທົນຈຶ່ງກັດ ສະຕາ

.

ທາງເຈົ້າຂອງ Barrie ຄິດວ່າ ແມັກກີ້ອາດຈະເບື່ອນິໄສຂີ້ເມົາຂອງເປັດໂຕນີ້ ເລີຍກັດໄປບາດໜຶ່ງ, ແນ່ນອນວ່າ ສະຕາ ຕ້ອງເສຍໄຊກັບມາພ້ອມກັບບາດແຜຢູ່ປາກ ແລະ ເຈົ້າຂອງຈຶ່ງໄດ້ຟ້າວພາ ສະຕາ ໄປຫາໝໍ, ໂຊກດີທີ່ຫລັງຈາກປິດບາດແລ້ວຮຽບຮ້ອຍເຮັດໃຫ້ນ້ອງເປັດໂຕນີ້ປອດໄພດີ ແລະ ທ່ານໝໍໄດ້ບອກວ່າມີແຕ່ຮ້ອງ “ກ້າບໆ” ບໍ່ຄືເກົ່າແຕ່ບໍ່ເປັນຜົນຫຍັງຫລາຍ

.
ເປັດໂຕນີ້ ເມື່ອກ່ອນເຄີຍມີເຟສບຸກເປັນຂອງໂຕເອງ ແລະ ຢຸດອັບເດດໄປໃນປີ 2020 ເຊິ່ງຕອນນັ້ນນ້ອງມີອາຍຸ 9 ປີ ແຕ່ປັດຈຸບັນນ້ອງເປັດໜ້າຈະມີອາຍຸປະມານ 11 ປີ ແລ້ວ, ນອກຈາກນີ້ນ້ອງຍັງມີເວັບໄຊເປັນຂອງຕົວເອງອີກດ້ວຍ

ເວັບໄຊນ້ອງສະຕາ https://starduckadmin.co.uk/contact

.

ຂໍ້ມູນຈາກ:
https://www.somersetlive.co.uk/…/duck-walks-pub-drinks

https://9gag.com/gag/ap9ALjM

ເປັດຜູ້ມັກເຂົ້າ pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ! - 3 - ເປັດຜູ້ມັກເຂົ້າ Pub ດື່ມເບຍ  ເຖິງຂັ້ນມີປາກສຽງກັບໝູ່ ສຸດທ້າຍຮ້ອງ ກ້າບ!
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!