ບັງກະລາເທດຮ້ອນສຸດໃນຮອບ 65 ປີ ຕ້ອງປິດໂຮງຮຽນຫລາຍພັນແຫ່ງ-ຕັດໄຟບາງຊ່ວງເວລາ


ພື້ນທີ່ສ່ວນຫລາຍຢູ່ບັງກະລາເທດ ຢູ່ພາຍໃຕ້ອິດທິພົນຂອງຄື້ນຄວາມຮ້ອນ ສົ່ງຜົນໃຫ້ອຸນຫະພູມເພີ່ມສູງເປັນສະຖິຕິສູງສຸດໃນຮອບ 65 ປີ ຈົນຕ້ອງມີການປິດໂຮງຮຽນ ແລະ ຕັດກະແສໄຟຟ້າໃນບາງຊ່ວງເວລາ.
ວັນທີ 8 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງບັງກະລາເທດ ລາຍງານວ່າ: ອຸນຫະພູມໃນພື້ນທີ່ສ່ວນຫລາຍຂອງປະເທດຢູ່ລະດັບສູງກວ່າ 40 ອົງສາ ນັບແຕ່ຕົ້ນເດືອນນີ້ ໂດຍໃນວັນທີ 3 ມິຖຸນາຜ່ານມາ ເຈົ້າໜ້າທີ່ວັດແທກອຸນຫະພູມຢູ່ເຂດທິນາປຸຣະ ທາງຕອນເໜືອຂອງປະເທດໄດ້ 41,3 ອົງສາ ເປັນສະຖິຕິອຸນຫະພູມສູງສຸດນັບແຕ່ປີ 1967.
ຂະນະທີ່ກະຊວງສຶກສາທິການຂອງບັງກະລາເທດສັ່ງປິດໂຮງຮຽນຫລາຍພັນແຫ່ງ ໂດຍໃຫ້ຈັດການຮຽນການສອນແບບອອນລາຍ ຫລື ທາງໄກແທນ ເພື່ອສຸຂະພາບຂອງນັກຮຽນ. ນອກຈາກນີ້ ລັດວິສາຫະກິດດ້ານການຜະລິດກະແສໄຟຟ້າຈໍາເປັນຕ້ອງໂຈະການຈ່າຍພະລັງງານໃນບາງຊ່ວງເວລາ ໂດຍສະເລ່ຍປະມານວັນລະ 6-10 ຊົ່ວໂມງ ເພື່ອຮັກສາສະຖຽນລະພາບຂອງລະບົບການຜະລິດ ເນື່ອງຈາກຄວາມຕ້ອງການໃຊ້ກະແສໄຟຟ້າທີ່ສູງກວ່າປົກກະຕິ.
ທັງນີ້, ຜົນການສຶກສາທີ່ເຜີຍແຜ່ໃນອາທິດຜ່ານມາ ລະບຸວ່າ: ສະພາບອາກາດຮ້ອນອົບເອົ້າທີ່ແຜ່ປົກຄຸມຫລາຍປະເທດໃນທະວີບອາຊີໃນໄລຍະຫລາຍເດືອນຜ່ານມາ ບໍ່ວ່າຈະເປັນບັງກະລາເດັດ, ອິນເດຍ, ຫວຽດນາມ, ລາວ ແລະ ໄທ ເປັນຜົນມາຈາກຄວາມຮຸນແຮງທີ່ເພີ່ມຂຶ້ນຂອງສະພາບໂລກຮ້ອນຢ່າງແທ້ຈິງ.