ສຶກສາອົບຮົມກຸ່ມໄວໜຸ່ມ 8 ຄົນ ຂີ່ລົດໄວເປັນພຶງເປັນແພ-ໃຊ້ສຽງດັງລົບກວນສັງຄົມ


ວັນທີ 2 ມິຖຸນາ 2023 ຜ່ານມາ, ປກສ ແຂວງຈຳປາສັກ ສຶກສາອົບຮົມ ໄວໜຸ່ມຈຳນວນ 8 ຄົນ, ຍິງ 1 ຄົນ, ທ່ານ ພັທ ແກ້ວອຸດອນ ແກ້ວມະນີ ຫົວໜ້າ ປກສ ກຸ່ມ 4 ໄດ້ເນັ້ນໜັກຕໍ່ຜູ້ທີ່ຖືກສຶກສາອົບຮົມໃນຄັ້ງນີ້ ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການຂັບຂີ່ລົດໄວໃຊ້ສຽງດັງລົບກວນສັງຄົມ, ຂັບຂີ່ລົດເປັນພຶງເປັນແພ, ຍົກລໍ້, ຂັບຂີ່ລົດດັດແປງສະພາບເຕັກນິກ ແລະ ບັນຫາອື່ນໆ ທີ່ພາໃຫ້ເກີດອຸບັດເຫດ ເຊິ່ງການກະທຳດັ່ງກ່າວ ແມ່ນສົ່ງຜົນກະທົບຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ຕໍ່ສັງຄົມ ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ພວກກ່ຽວຢຸດເຊົາຕໍ່ພຶດຕິກຳທີ່ບໍ່ດີ ທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ປັບປຸງຕົນເອງໃຫ້ກາຍເປັນຄົນດີຂອງພໍ່ແມ່, ຄອບຄົວ ແລະ ສັງຄົມ
ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ເຮັດບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ເພື່ອບໍ່ໃຫ້ພວກກ່ຽວກັບມາກະທຳຜິດອີກ ພ້ອມທັງມອບພວກກ່ຽວ ແລະ ລົດຈັກຈຳນວນ 8 ຄັນ ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສ້ອມແປງໃຫ້ຄືນສະພາບເດີມ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງສຶກສາອົບຮົມພວກກ່ຽວຕື່ມອີກ ຖ້າຫາກພວກກ່ຽວກະທຳຜິດອີກ ແມ່ນຈະໄດ້ດຳເນີນຄະດີ ແລະ ປັບໃໝຕາມລະບຽບການ