ເອຣິກ ເທນຮາກ ໃຫ້ນັກເຕະແມນຢູ ຢືນເບິ່ງນັກເຕະແມນຊິຕີ້ ສະຫລອງແຊ້ມ ເອຟເອຄັບ ຫວັງສ້າງແຮງກະຕຸ້ນໃຫ້ທີມ
June 6, 2023 - 8:59 AM


ເອຣິກ ເທນຮາກ ແລະ ບັນດາທີມງານຂອງ ແມນເຊັສເຕີ ຢູໄນເຕັດ ໄດ້ຮ່ວມກັນເບິ່ງ ການສະຫລອງແຊ້ມ FA Cup 2022/23 ຂອງແມນຊິຕີ້ ໃນສະຫນາມຫລັງຈາກທີ່ພວກເຂົາເສຍໃຫ້ກັບ “ເຮືອໃບສີຟ້າ” ໄປ 1-2 ໃນເກມຮອບຊີງຊະນະເລີດຂອງລາຍການດັ່ງກ່າວ. ໃນວັນເສົາ 3 ມິຖຸນາ ທີ່ຜ່ານມາ.
ໂດຍ The Athletic, ສື່ກິລາດັງ, ລາຍງານວ່າ ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ໄດ້ໃຫ້ລູກທີມ ແລະ ທີມງານຂອງລາວ ຢູ່ຊົມຄວາມສຳເລັດຂອງທີມຄູ່ແຂ່ງຮ່ວມເມືອງໃນຄັ້ງນີ້ ເພື່ອສະແດງຄວາມຍິນດີກັບຄູ່ແຂ່ງ ແລະ ຫວັງວ່າຈະປຸກໄຟເພື່ອໃຫ້ພວກເຂົາສາມາດເຮັດຜົນງານໄດ້ດີກວ່າທຸກຄັ້ງໃນລະດູການຕໍ່ໄປ.