ຣຽວ ມາດຣິດ ປະກາດຍົກເລີກສັນຍາ ເອເດນ ອາຊາ ນັກເຕະກຽມອຳລາວົງການ




ຣຽວ ມາດຣິດ ປະກາດຍົກເລີກສັນຍາກັບ ເອເດນ ອາຊາ ອະດີດກອງໜ້າ ເຊລຊີ ຢ່າງເປັນທາງການດ້ວຍຄວາມຍິນຍອມຂອງທັງ 2 ຝ່າຍ ສ່ວນນັກເຕະກຽມທີ່ຈະອຳລາວົງການ.
ໂດຍ ອາຊາ ຍ້າຍຈາກ ເຊລຊີ ມາຢູ່ກັບ ຣຽວ ມາດຣິດ ເມື່ອປີ 2019 ດ້ວຍຄ່າຕົວ 100 ລ້ານຢູໂຣ ແນວໃດກໍຕາມ ລາວພັດບໍ່ສາມາດສະແດງຜົນງານເກັ່ງອອກມາໄດ້ເນື່ອງຈາກມີອາການບາດເຈັບລົບກວນຢ່າງຕໍ່ເນື່ອງ.
ຕາມກຳນົດ ດາວເຕະອາຍຸ 32 ປີເຫລືອສັນຍາກັບທີມເຖິງປີ 2024 ຫລ້າສຸດ ຣຽວ ມາດຣິດ ອອກຖະແຫລງການວ່າ ສະໂມສອນ ແລະ ອາຊາ ໄດ້ບັນລຸຂໍ້ຕົກລົງຮ່ວມກັນໃນການຍົກເລີກສັນຍາໂດຍຈະມີຜົນຕັ້ງແຕ່ວັນທີ 30 ມິຖຸນານີ້ເປັນຕົ້ນໄປ.
ຂະນະທີ່ ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງລະບຸວ່າ ອາຊາ ຈະຕັດສິນໃຈເລື່ອງອະນາຄົດວ່າຈະຫາຄວາມທ້າທາຍໃຫມ່ ຫລື ຈະແຂວນສະຕາດໃນໄວໆນີ້.
ສຳລັບ ອາຊາ ລົງສະໜາມໃຫ້ກັບ ຣຽວ ມາດຣິດ ທັງຫມົດ 76 ນັດລວມທຸກລາຍການຕະຫລາດ 4 ລະດູການ ຍິງໄດ້ 7 ປະຕູ ກັບ 12 ແອສຊິສ ພ້ອມຊ່ວຍທີມຄວ້າແຊ໊ມມາຄອງໄດ້ 8 ລາຍການ.