ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ

ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ -                             - ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ
ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ - kitchen vibe - ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ

ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ -                             - ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ

ແມນເຊສເຕີ ຢູໄນເຕັດ ກຽມເລີກລົ້ມແຜນລ່າຕົວ ແຮຣີ ເຄນ ພ້ອມມີແຜນກຽມສົ່ງ ແຮຣີ ແມັກໄກວ ແນບເປັນສ່ວນໜຶ່ງຂອງຂໍ້ສະເໜີຊື້ ເມສັນ ເມົ້າ.

ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ - Visit Laos Visit SALANA BOUTIQUE HOTEL - ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ

ແມນເຊສເຕີ ຢູໄນເຕັດ ແຫ່ງພຣີເມຍລີກ ອັງກິດ ກຽມລົ້ມແຜນຄວ້າຕົວ ແຮຣີ ເຄນ ເນື່ອງຈາກບໍ່ຢາກປະເຊີນຄວາມຫຍຸ້ງຍາກ ແລະຍັງມີແຜນຈະໃຊ້ ແມັກໄກວ ແນບເປັນສ່ວນຫນຶ່ງຂອງຂໍ້ສະເໜີຊື້ຕົວ ເມສັນ ເມົ້າ ໂດຍຫລຸດຈຳນວນເງິນທີ່ຕ້ອງຈ່າຍໃຫ້ໜ້ອຍລົງ.

ໂດຍເວັບໄຊ Football Inside ລາຍງານວ່າ ແມນຢູ ກຽມລົ້ມເລີກຄວາມຕັ້ງໃຈທີ່ຈະຄວ້າຕົວ ແຮຣີ ເຄນ ສູນໜ້າຄູ່ແຂ່ງຂັນຮ່ວມລີກ ທັອດແນມ ຮັອດສະເປີ ເນື່ອງຈາກມີເປົ້າຫມາຍອື່ນແທນແລ້ວ.

ແມນຢູ ຕ້ອງການສູນໜ້າຄົນໃຫມ່ມາເສີມທີມໃນລະດູການໜ້າ ເຊິ່ງ ເຄນ ເປັນຊື່ທີ່ີຂ່າວໂຍງດ້ວຍມາດົນແລ້ວ ແຕ່ບັນຫາຢູ່ທີ່ທາງ ສະເປີ ບໍ່ຢາກປ່ອຍດາວຍິງທີມຊາດອັງກິດອອກຈາກທີມ ເຖິງຕົວນັກເຕະຈະຫມົດສັນຍາເມື່ອຈົບລະດູການໜ້າກໍຕາມ.

ລາຍງານລະບຸວ່າ ແມນຢູ ບໍ່ຢາກປະເຊີນຄວາມຫຍຸ້ງຍາກໃນການທາບທາມ ເຄນ ແ້ວ ແລະຕອນນີ້ເປົ້າຫມາຍຂອງສະໂມສອນກໍໄປຢູ່ທີ່ ຣາສມຸສ ຮອຍຸຍ ກອງໜ້າ ອາຕາລັນຕາ ແຫ່ງເຊເຣຍ ອາ ອິຕາລີ ເຊິ່ງປັດຈຸບັນໄດ້ຮັບການປະເຊີນມູນຄ່າໄວ້ທີ່ປະມານ 5 ລ້ານປອນ.

ຂະນະທີ່ເວັບ Athletic ເປີດເຜີຍວ່າ ແມນຢູ ຍັງເລັງຄວ້າຕົວ ຣ໊ອງດັລ ໂຄໂລ ມູອານີ ກອງໜ້າໄອທຣັກ ແຟຣັງເຟີດ ແຫ່ງບຸນເດສລີກາ ເຢຍລະມັນ ໄວ້ອີກລາຍນຳອີກ ໂດຍລະບຸວ່າ ແມນຢູ ໄດ້ເລີ່ມຕິດຕໍ່ຫາຜູ້ກ່ຽວຂ້ອງແລ້ວ.

ດ້ານສຳນັກຂ່າວເດິຊັນ ລາຍງານວ່າ ແມນຢູ ມີແຜນໃຊ້ ແຮຣີ ແມັກໄກວ ກອງຫລັງຫົວໜ້າທີມແນບເປັນສ່ວນຫນຶ່ງຂອງຂໍ້ສະເໜີຊື້ຕົວ ເມສັນ ເມົ້າ ກອງກາງຂອງ ເຊລຊີ ທີມພຣີເມຍລີກ ອີກຄົນ ມາເສີມທີມ.

ເມສັນ ເມົ້າ ນັ້ນຕົກເປັນຂ່າວລືວ່າມີໂອກາດສູງທີ່ຈະຍ້າຍມາແມນຢູ ໂດຍ ເຊລຊີ ນັ້ນຕ້ອງການຄ່າຕົວກອງກາງທີມຊາດອັງກິດລາຍນີ້ປະມານ 70 ລ້ານປອນ ແຕ່ແມັກໄກວ ນັ້ນໄດ້ຮັບການປະເມີນມູນຄ່າປັດຈຸບັນໄວ້ທີ່ປະມານ 30 ລ້ານປອນ ເຊິ່ງທາງ ແມນຢູ ຫວັງໃຊ້ ແມັກໄກວ ເພື່ອຊ່ວຍຫລຸດຈຳນວນເງິນທີ່ຕ້ອງຈ່າຍໃຫ້ເຊລຊີ.

ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ - 5 - ແມນຢູກຽມລົ້ມແຜນລ່າ ເຄນ, ເລັ່ງສົ່ງ ແມັກໄກວ ແນບໃຫ້ເຊລຊີ ຫລຸດຄ່າຕົວ ເມົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!