ລວມພະລັງຍົກສູງຜະລິດຕະພັນພາຍໃນໃຫ້ເຕັມທີ່ ກ້າວຜ່ານພົ້ນວິບາກກໍາຂອງຊາດບ້ານເມືອງ
ໂດຍ: ທິດກໍ່າ
ເມື່ອຫວນຄືນປະຫວັດສາດແລ້ວ, ປະເທດຊາດບ້ານເມືອງຂອງພວກເຮົາເຄີຍຜ່ານພົ້ນວິບາກກໍາມາຫລາຍຄັ້ງຫລາຍຫົນແລ້ວ. ໃນອະດີດເຄີຍຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ທັງເກີດສົງຄາມຕໍ່ສູ້ກູ້ຊາດມາເປັນເວລາຍາວນານ. ໃນຍຸກການປົກຄອງຂອງລະບອບສັກດີນາ ໝາຍວ່າກ່ອນສະຖາປະນາມາເປັນ ສປປ ລາວ, ປະເທດຊາດບ້ານເມືອງກໍຍັງບໍ່ທັນມີການສ້າງສາພັດທະນາອັນໃດທີ່ເປັນພື້ນຖານໃຫ້ແກ່ລະບົບເສດຖະກິດຂອງຊາດ.
ໃນຍຸກນັ້ນ ກ່າວເຖິງໂຮງຈັກໂຮງງານໃນທົ່ວປະເທດບໍ່ທັນມີພໍ 10 ແຫ່ງ ໃນຈໍານວນທີ່ມີກໍເປັນໂຮງງານຂະໜາດກາງ-ຂະໜາດນ້ອຍເຊັ່ນ: ໂຮງງານເບຍ, ໂຮງງານນໍ້າຫວານ, ນໍ້າກ້ອນ, ໂຮງງານເຮັດກະແລ້ມ ແລະ ອື່ນໆ. ສ່ວນເຂື່ອນໄຟຟ້າກໍມີພຽງ 1 ແຫ່ງ ຄືເຂື່ອນໄຟຟ້ານໍ້າງື່ມ-1.
ການສ້າງພື້ນຖານໂຄງລ່າງຖະໜົນຫົນທາງ, ຕຶກອາຄານ, ສໍານັກງານອົງການ ແລະ ເຮືອນຊານບ້ານຊ່ອງກໍຍັງບໍ່ທັນຂະຫຍາຍຕົວຄືຍຸກນີ້. ຕົວຢ່າງໜຶ່ງທີ່ຍົກໃຫ້ເຫັນຄືທາງ 13 ເໜືອ ແລະ ໃຕ້ຍັງແຄບໆ ທັງເປັນທາງດິນແດງ, ບັນດາຂົວທີ່ເປັນສາຂາແມ່ນໍ້າຂອງສາຍໃຫຍ່ໆບໍ່ທັນມີຮອດຂົວເຊັ່ນ: ນໍ້າງື່ມ, ນໍ້າກະດິງ ເຫລົ່ານີ້ເປັນຕົ້ນ. ກາເນດີນທາງຜ່ານແມ່ນໍ້າທີ່ວ່າຕ້ອງໄດ້ຂີ່ເຮືອບັກ. ພໍຕົກມາເຖິງຍຸກ ສປປ ລາວ, ພັກ ແລະ ລັດຖະບານຈຶ່ງມີແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກປະຊາຊົນປະຕິວັດລາວຈົນມາຮອດປັດຈຸບັນແມ່ນຄັ້ງທີ XI. ກ້າວເຂົ້າສູ່ປີທີ 48 ແຫ່ງການສະຖາປະນາ ສປປ ລາວ ໄດ້ພິສູດໃຫ້ພວກເຮົາເຫັນວ່າລາວເຮົາ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ປະເທດຊາດຍັງຍືນຍົງຄົງຕົວ, ມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດ-ສັງຄົມໂດຍລວມມີການພັດທະນາກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.
ແຕ່ແນວໃດກໍຕາມ, ຕໍ່ສິ່ງທີ່ພວກເຮົາປະຕິເສດ ແລະ ຫລີກລ່ຽງບໍ່ໄດ້ນັ້ນ ຄືອຸປະສັກ, ຄວາມຫຍຸ້ງຍາກນານາປະການທີ່ມາກີດຂວາງບາດກ້າວເດີນຂອງຊາດ ເປັນຕົ້ນສັດຕູພາຍນອກທີ່ຍັງເປັນປໍລະປັກກັບ ສປປ ລາວ ຍາມໃດພວກເຂົາກໍຫາທຸກວິທີເພື່ອມ້າງເພທໍາລາຍຄວາມສະຫງົບສຸກຂອງບ້ານເມືອງ. ນອກຈາກນັ້ນ ຍັງມີປັດໄຈພາຍນອກມາກະທົບ, ສິ່ງແວດລ້ອມພາຍໃນ, ໄພທໍາມະຊາດ, ໂຣກລະບາດຕ່າງໆ ເຊິ່ງໂຕທີ່ມີຜົນກະທົບໜັກທີ່ສຸດຄືການແພ່ລະບາດຂອງພະຍາດໂຄວິດ-19 ໃນຜ່ານມາ ໄດ້ເຮັດໃຫ້ລະບົບເສດຖະກິດຂອງຊາດຢຸດສະງັກຫລຸດຖອຍຢ່າງໜ້າວິຕົກ. ມາຮອດປັດຈຸບັນ ສະພາບທີ່ພວກເຮົາພວມຜະເຊີນຢູ່ກໍແມ່ນບັນຫາການອ່ອນຄ່າຂອງເງິນກີບລາວ ເຮັດໃຫ້ລາຄາສິນຄ້າພຸ້ງຕົວສູງຂຶ້ນກະທົບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢ່າງໜັກໜ່ວງ.
ເຖິງຢ່າງໃດກໍດີ, ຫາກຕັ້ງໂຈດກັນວ່າ ເພື່ອກອບກູ້ເອົາຄວາມຢູ່ດີກິນດີຂອງຊາດຄືນມາມີແຕ່ຄວາມສາມັກຄີລວງພະລັງເປັນຈິດໜຶ່ງໃຈດຽວກັນ ເພື່ອຜ່ານພົ້ນວິບາກກໍາຂອງຊາດ ຄືເພີ່ມທະວີໃນການຜະລິດສິນຄ້າອຸປະໂພກ-ບໍລິໂພກ ສາມາດເພິ່ງຕົນເອງກຸ້ມຕົນເອງດ້ານສະບຽງອາຫານ ແລະ ສົ່ງອອກໃຫ້ນັບມື້ນັບຫລາຍ. ອັນສອງມາເບື້ອງພາກລັດກໍຕ້ອງເຂັ້ມແຂງໃນການຄຸ້ມຄອງບໍລິຫານ ອັນໃດເຮົາຜະລິດເອງໄດ້ກໍຫ້າມນໍາເຂົ້າຢ່າງເດັດຂາດ, ພະຍາຍາມສົ່ງເສີມການຜະລິດຂະໜາດນ້ອຍ-ຂະໜາດກາງໃຫ້ແຂງແຮງ. ຄົນລາວທຸກຄົນຕ້ອງມີສະຕິຮັກຊາດດ້ວຍການຊົມໃຊ້ສິນຄ້າທີ່ເຮົາຜະລິດເອງໄດ້, ສະກັດກັ້ນພະຍາດທີ່ນິຍົມໃຊ້ແຕ່ຂອງຕ່າງຊາດ, ດຸໝັ່ນອອກແຮງງານດ້ວຍຄວາມຮັບຜິດຊອບສູງໃນໜ້າທີ່ຂອງທຸກຄົນ. ຖ້າເຮັດໄດ້ສໍ່ານີ້ກໍຖືວ່າສຸດຍອດ ໃນຕໍ່ໜ້າບໍ່ໄວກໍຊ້າວິບາກກໍາຂອງຊາດກໍຈະເຫືອດຫາຍໄປຈາກຊາດລາວຄົນລາວຢ່າງແນ່ນອນ.