ຮອງນາຍົກ ເນັ້ນໃຫ້ບັນດາອະນຸກໍາມະການ ສືບຕໍ່ກະກຽມໜ້າວຽກດ້ວຍຄວາມເອົາໃຈໃສ່ ໂດຍສະເພາະວຽກທີ່ຮີບດ່ວນຕ້ອງໃຫ້ສໍາເລັດ


ວັນທີ 1 ມິຖຸນາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເປັນປະທານກອງປະຊຸມຊໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ ທີ່ຂຶ້ນກັບ 14 ອະນຸກໍາມະການ ຮັບຜິດຊອບວຽກສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ໃນປີ 2024.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າຂອງບັນດາໜ້າວຽກຂອງ 14 ອະນຸກໍາມະການ ເຊັ່ນ:ດ້ານເນື້ອໃນ;ການອອກແບບກາໝາຍປະທານ; ການສ້າງວີດີໂອສັ້ນສໍາລັບການຮັບເປັນປະທານອາຊຽນ;ການກະກຽມທີ່ພັກ ແລະ ພາຫະນະສໍາລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນ ຫຼື ນັກຂ່າວ; ສະຖານທີ່ຈັດກອງປະຊຸມ;ອຸປະກອນຮັບໃຊ້; ພະນັກງານຮັບໃຊ້ກອງປະຊຸມ; ແຜນງົບປະມານ; ການປັບປຸງເສັ້ນທາງ, ໄຟຟ້າ, ນໍ້າປະປາ, ສະຫນາມບິນ, ລະບົບການສື່ສານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມຈໍາເປັນຕ້ອງກະກຽມລ່ວງຫນ້າ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການສືບຕໍ່ດໍາເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໂດຍສະເພາະ ໜ້າວຽກທີ່ຮີບດ່ວນທີ່ຕ້ອງໃຫ້ສໍາເລັດ ເພື່ອໃຫ້ທັນກັບການມອບ-ຮັບປະທານອາຊຽນ ຈາກອິນໂດເນເຊຍ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນເດືອນກັນຍາ 2023 ນີ້ ແລະ ຊຸກຍູ້ໃຫ້ບັນດາຂະແຫນງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານດ້ານເນື້ອໃນ, ດ້ານພະລາທິການ ແລະ ດ້ານອື່ນໆໃຫ້ມີຄວາມກຽມພ້ອມ ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມຂອງຕົນ ແລະ ສືບຕໍ່ກະກຽມຕ່າງໆ ໃຫ້ແກ່ການຈັດກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆ ທີ່ຈະຈັດຂື້ນຢູ່ ສປປ ລາວໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.