ກົມສ້າງຄູ ສສກ ຫາລືລະດັບຊາດ ກ່ຽວກັບນະໂຍບາຍຄູແຫ່ງຊາດ ຄັ້ງທີ 2


ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ຄັ້ງທີ 2 ກ່ຽວກັບນະໂຍບາຍຄູແຫ່ງຊາດ ໃນວັນທີ 29 ພຶດສະພາ 2023 ທີ່ສະໂມສອນວິທະຍາໄລຄູດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ເປັນປະທານຂອງ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ລັດຖະມົນຕີ ສສກ ກ່າວວ່າ: ການພັດທະນາ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບນະໂຍບາຍຄູ ໃນ ສປປ ລາວ ແມ່ນວຽກງານບູລິມະສິດໜຶ່ງຂອງແຜນພັດທະນາ 5 ປີ (2021-2025) ຂອງຂະແໜງການສຶກສາທິການ ແລະ ກິລາ ເພື່ອຕອບສະໜອງກັບຄວາມມຸ່ງໝັ້ນຂອງ ລັດຖະບານ ໃນການຮັບປະກັນໃຫ້ຄູອາຈານ ແລະ ນັກການສຶກສາ ໄດ້ຮັບການສົ່ງເສີມດ້ານວິຊາຊີບ, ໄດ້ຮັບການບັນຈຸເຂົ້າເຮັດວຽກ, ໄດ້ຮັບການຝຶກອົບຮົມຢ່າງຕໍ່ເນື່ອງ, ມີຄຸນວຸດທິທາງດ້ານວິຊາຊີບ, ແຮງຈູງໃຈ ແລະ ໄດ້ຮັບການສະໜັບສະໜູນທາງດ້ານຊັບພະຍາກອນທີ່ເໝາະສົມ, ມີລະບົບຄຸ້ມຄອງທີ່ມີປະສິດທິພາບ ແລະ ມີປະສິດທິຜົນ, ເຊິ່ງໃນໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີມາດຕະການ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບນະໂຍບາຍຄູ, ແຕ່ປັດຈຸບັນ ບັນດາມາດຕະການ ແລະ ນິຕິກໍາດັ່ງກ່າວນັ້ນ ຈຳນວນໜຶ່ງຍັງບໍ່ທັນມີຄວາມສອດຄ່ອງກົມກຽວ, ບາງເອກະສານ ຍັງມີການທັບຊ້ອນກັນທາງດ້ານເນື້ອໃນ ເປັນສາເຫດໜຶ່ງທີ່ເຮັດໃຫ້ການຈັດຕັ້ງປະຕິບັດຍັງມີຂໍ້ຫຍຸ້ງຍາກ ແລະ ຍັງບໍ່ທັນມີຄວາມເປັນເອກະພາບກັນໃນທົ່ວປະເທດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງມີການປັບປຸງ ແລະ ພັດທະນາເອກະສານເຫລົ່ານັ້ນ ໂດຍສະເພາະນະໂຍບາຍຄູແຫ່ງຊາດ ທີ່ຄົບຖ້ວນທາງດ້ານເນື້ອໃນ ເພື່ອໃຫ້ມີກອບນິຕິກຳ, ນະໂຍບາຍ ແລະ ຍຸດທະສາດທີ່ກ່ຽວຂ້ອງກັບຄູກວມລວມ ເອົາມາດຕະຖານ ຫລື ກອບສະມັດຖະພາບ ກວມເອົາທຸກດ້ານຂອງອາຊີບການສິດສອນ ລວມທັງການສຶກສາຄູ ແລະ ການພັດທະນາວິຊາຊີບຄູແບບຢ່າງຕໍ່ເນື່ອງ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ການພັດທະນາການສຶກສາ ໃນ ສປປ ລາວ ຈຳເປັນຕ້ອງມີຄູທີ່ມີຄຸນນະພາບ, ມີຄຸນວຸດທິ, ໄດ້ຮັບການຝຶກອົບຮົມ ແລະ ການສະໜັບສະໜູນໃຫ້ພຽງພໍ ແລະ ມີປະສິດທິພາບ ທີ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ເພື່ອບັນລຸເປົ້າໝາຍດັ່ງກ່າວ ຄະນະນຳກະຊວງສຶກສາທິການ ແລະ ກິລາ ຈຶ່ງໃຫ້ຄວາມສຳຄັນຕໍ່ການພັດທະນານະໂຍບາຍຄູ ຢ່າງຮອບດ້ານ ເພື່ອປັບປຸງ-ແກ້ໄຂ ຄວາມກະແຈກກະຈາຍ, ຊ່ອງວ່າງ ແລະ ຄວາມແຕກໂຕນຂອງບັນດາເອກະສານນິຕິກຳທີ່ກ່ຽວຂ້ອງກັບຄູ ໃນ ສປປ ລາວ.
ຂໍ້ມູນ: ສສກ