ໂປເຊັດຕີໂນ ພ້ອມປ່ອຍ 15 ນັກເຕະພົ້ນທີມ ເຊລຊີ
May 31, 2023 - 10:21 PM




ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຄົນໃຫມ່ຂອງ ເຊລຊີ ຕົກເປັນຂ່າວກຽມຜ່າຕັດກຳລັງທີມຄັ້ງໃຫຍ່ ດ້ວຍການພ້ອມປ່ອຍນັກເຕະອອກຈາກທີມຫລາຍເຖິງ 15 ຄົນ ເພື່ອເປົ້າຫມາຍສ້າງເງິນເຂົ້າສະໂມສອນ 208 ລ້ານປອນ ພາຍຫລັງ ທັອດ ໂບລີ ລົງທຶນເສີມທີມໄປກວ່າ 500 ລ້ານປອນກ່ອນໜ້ານີ້.
ເປົ້າຫມາຍການຫລຸດຂະໜາດທີມຄັ້ງນີ້ ຍັງມີຄວາມສຳຄັນໃນແງ່ຂອງການເງິນ ທີ່ເຊລຊີ ຕ້ອງການສ້າງເງິນເຂົ້າສູ່ສະໂມສອນໃຫ້ໄດ້ຫລາຍທີ່ສຸດ ແລະ ການປ່ອຍນັກເຕະກວ່າ 10 ກວ່າຄົນອອກຈາກທີມ ຖືກປະເມີນວ່າຈະສ້າງເງິນໃຫ້ໄດ້ຫລາຍເຖິງ 280 ລ້ານປອນ.
ເຊິ່ງນັກເຕະດັ່ງກ່າວປະກອບມີ :
- ຄຣິສຕຽນ ພູລິຊິສ 25 ລ້ານປອນ.
- ມາເຕໂອ ໂຄວາຊິດ 35 ລ້ານປອນ.
- ຮາຄິມ ຊີເຢັກ 15 ລ້ານປອນ.
- ເອດູອາ ເມນດີ 25 ລ້ານປອນ.
- ປີແອ ເອເມຣິກ ໂອບາເມຢອງ 0 ປອນ.
- ເຊຊາ ອັດປີລິກວຍຕ້າ 5 ລ້ານປອນ.
- ຄັລລຳ ອັດລັນ ໂອດອຍ 10 ລ້ານປອນ.
- ເມສັນ ເມົ້າ 75 ລ້ານປອນ.
- ດອນເນີ ກັລລາເກີ 40 ລ້ານປອນ.
- ເທຣໂວ ຊາໂລບາ 25 ລ້ານປອນ.
- ຣູເບນ ລອຟຕັສ ຊິກ 25 ລ້ານປອນ.
- ເອັນໂກໂລ ກ໊ອງເຕ 0 ປອນ.
- ຄາລີດູ ຄູລີບາລີ ຢືມຕົວ.