ຢູ່ດີໆກໍໂຕຊໍ້າ ເປັນຈໍ້າຂຽວໆ ອາດເປັນສັນຍານສຸຂະພາບບົ່ງບອກເຖິງພະຍາດກໍເປັນໄດ້


ຢູ່ດີໆກໍໂຕຊໍ້າ ເປັນຈໍ້າຂຽວໆ ແບບບໍ່ມີສາເຫດ ໂດຍທີ່ບໍ່ຮູ້ວ່າໄປຖືກ ຫລື ຕໍາກັບສິ່ງໃດມາຈົນເຮັດໃຫ້ເປັນຮອຍ, ອາດຈະບໍ່ແມ່ນເພາະບໍ່ລະວັງ ແຕ່ອາດເປັນສັນຍານສຸຂະພາບບົ່ງບອກເຖິງພະຍາດກໍເປັນໄດ້
.
ອາການດັ່ງກ່າວອາດມີສາເຫດມາຈາກ:
– ອຸບັດເຫດ ຫລື ກະທົບໃສ່ວັດຖຸແຂງ ເຮັດໃຫ້ເກີດຮອຍຊໍ້າ ອາການນີ້ເມື່ອເອົາມືບີບແລ້ວຈະເຈັບ
– ຂາດວິຕາມິນເຊັ່ນ: ວິຕາມິນ C & K ເພາະກິນຜັກ-ໝາກໄມ້ໜ້ອຍເກີນໄປ ເຮັດໃຫ້ເລືອດອອກໃນຮ່າງກາຍ
– ອາຍຸຫລາຍຂຶ້ນ ຜິວໜັງບາງລົງ ໄຂມັນ ແລະ ຄໍລາເຈນທີ່ຊ່ວຍປົກປ້ອງເສັ້ນເລືອດ
– ໃຊ້ຢາສະເຕຍຣອຍຕໍ່ເນື່ອງເປັນເວລາດົນ ເຮັດໃຫ້ເສັ້ນເລືອດຝອຍບາງລົງ ແລະ ແຕກງ່າຍ
– ເມັດເລືອດຕໍ່າ ສ່ຽງພະຍາດໄຂກະດູກບົກພ່ອງ ເຮັດໃຫ້ເລືອດອອກງ່າຍເຊັ່ນ: ເລືອດດັງອອກ, ເລືອດອອກໃນໂຜ້ງປາກ ຖ້າຮັກສາບໍ່ຖືກວິທີ ສ່ຽງເປັນມະເຮັງເມັດເລືອດຂາວ
– ເລືອດກ້າມ ອັດຕັນໃນເສັ້ນເລືອດດໍາ ແລະ ຈະຈາງໄປເອງໃນ 3-7 ມື້, ຖ້າດົນກວ່າ 1 ອາທິດ ແລະ ມີອາການຜິດປົກກະຕິ ຄວນໄປພົບແພດໝໍເພື່ອຮັກສາອາການດັ່ງກ່າວ
.
ຂໍ້ມູນຈາກ ໂຮງໝໍແວດທານີ