ຢາສູບໄຟຟ້າ ກໍາລັງລະບາດໜັກໃນເດັກ ແລະ ໄວໜຸ່ມ ທັງໃນ ສປປ ລາວ ແລະ ທົ່ວໂລກ
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະ ກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ໄດ້ຖະແຫຼງຂ່າວ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2023 ຕໍ່ສື່ມວນຊົນໃນວັນທີ 29 ພຶດສະພາ 2023 ຜ່ານມາວ່າ:
ຢາສູບ ແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ທີ່ສູບຢາເປັນປະຈໍາ ກາຍເປັນພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບເຖິງ 8 ລ້ານຄົນ ແລະ ຄົນລາວເສຍຊີວິດເຖິງ 7.000 ຄົນ ຫຼື 19 ຄົນຕໍ່ມື້. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ. ຢາສູບ ເປັນສາເຫດການຕາຍດ່ຽວອັນດັບໜື່ງຂອງໂລກ ເມື່ອທຽບກັບການເປັນພະຍາດໄຂ້ຍຸງ, ວັນນະໂລກ, ຖອກທ້ອງ ແລະ ເອດ ລວມເຂົ້າກັນ, ຖ້າຫາກບໍ່ມີມາດຕະການທີ່ມີປະສິດທິພາບ ແລະ ຈັດຕັ້ງປະຕິບັດຢ່າງຮີບດ່ວນ ຢາສູບຈະຂ້າຜູ້ບໍລິໂພກເພີ່ມຂຶ້ນເປັນ 2 ເທົ່າ ຫຼື ປະມານ 1 ຕື້ຄົນພາຍໃນສັດຕະວັດນີ້.
ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນຂະນະນີ້ ແມ່ນຢາສູບໄຟຟ້າ ຊຶ່ງກໍາລັງລະບາດໜັກໃນເດັກ ແລະ ໄວໜຸ່ມ ທັງໃນ ສປປ ລາວ ແລະ ທົ່ວໂລກ, ຢາສູບຮູບແບບນີ້ໄດ້ນໍາໃຊ້ ອຸປະກອນເສີມທີ່ມີ ສີສັນຫຼາກຫຼາຍ ມີຄວາມທັນສະໄໝ ແລະ ໃສ່ສານປຸງແຕ່ງກິ່ນ ແລະ ຣົດຊາດ ທີ່ເດັກ ແລະ ໄວໜຸ່ມຄຸ້ນເຄີຍ ແລະ ນິຍົມຊົມຊອບ ສ້າງຄວາມເຂົ້າໃຈຜິດວ່າ ນີ້ບໍ່ແມ່ນຢາສູບ ເປັນພຽງການສູບສະໝຸນໄພ ແລະ ບໍ່ອັນຕະລາຍຕໍ່ສຸຂະພາບ. ຄວາມຈິງ ຢາສູບໄຟຟ້າ ມີຄວາມອັນຕະລາຍ ຫຼາຍກວ່າ ຢາສູບທໍາມະດາ ຍ້ອນການສູບນິໂກຕີນສົດໆ ລວມທັງ ສານປຸງແຕ່ງກິ່ນ ແລະ ຣົດຊາດທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ອຸປະກອນຍັງສາມາດນໍາໃຊ້ໃນເສບສານເສບຕິດອື່ນໆໄດ້ນໍາອີກ, ທີ່ສໍາຄັນ ຜູ້ສູບເກືອບທັງໝົດ ແມ່ນໄວໜຸ່ມ ແລະ ເດັກ ທີ່ບໍ່ເຄີຍສູບຢາມາກ່ອນ. ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຫຼາຍສະບັບ ໄດ້ ຫ້າມຮອບດ້ານຢາສູບໄຟຟ້າ ລວມທັງ ການຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຄອບຄອງ ແລະ ບໍລິໂພກ, ສະນັ້ນ ຮຽກຮ້ອງຍັງທຸກພາກສ່ວນ ໃຫ້ສະກັດກັ້ນ ແລະ ປາບປາມ ສິ່ງເສບຕິດປະເພດນີ້ ອອກຈາກສັງຄົມລາວ, ຂໍໃຫ້ທົ່ວສັງຄົມ ໄດ້ເອົາໃຈໃສ່ ດູແລລູກຫຼານ ໃຫ້ຫ່າງໄກຈາກສິ່ງເສບຕິດເຫຼົ່ານີ້.
ປັດຈຸບັນນີ້ ມີ 79 ປະເທດໃນທົ່ວໂລກກຳລັງພົບກັບບັນຫາການບໍ່ຄໍ້າປະກັນສະບຽງອາຫານ ໂດຍສະເພາະໃນປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ. ສະເພາະໃນປະເທດອາຊຽນຂອງພວກເຮົາ ມີປະຊາກອນເຖິງ 60 ລ້ານຄົນ ທີ່ໄດ້ຮັບອາຫານທີ່ມີໂພຊະນາການບໍ່ຄົບຖ້ວນ, ດ້ວຍເຫດນັ້ນ, ຄວນຫັນປ່ຽນ ຈາກເນື້ອທີ່ທີ່ໃຊ້ປູກຢາສູບ ມາປູກພືດທີ່ກິນໄດ້ ແລະ ມີສານອາຫານທີ່ຄົບຖ້ວນແທນ, ເພື່ອຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງອາຫານທີ່ປອດໄພ, ມີສານອາຫານທີ່ຄົບຖ້ວນ ແລະ ຮັບປະກັນໃຫ້ມີການຄໍ້າປະກັນສະບຽງອາຫານຢ່າງທົ່ວເຖິງ. ຕົວຢ່າງ ປີ 2019 ໃນພາກພື້ນອາຊຽນໄດ້ນໍາໃຊ້ເນື້ອທີ່ໃນການປູກຢາສູບໄປຫຼາຍກວ່າ 324.575 ເຮັກຕາ ທັງໆທີ່ເນື້ອທີ່ເຫຼົ້່ານີ້ສາມາດໃຫ້ຜົນຜະລິດດ້ານກະສິກຳ ປະເພດຜັກ ແລະ ໝາກໄມ້ເຖິງ 38.575 ໂຕນ ເຊິ່ງພຽງພໍຕໍ່ຄວາມຕ້ອງການບໍລິໂພກຂອງປະຊາຊົນອາຊຽນ ໃນແຕ່ລະມື້ເຖິງ 250.000 ຄົນ ໃນໜຶ່ງປີ.
ໃນໂອກາດອັນສຳຄັນ ທີ່ພວກເຮົາພ້ອມໃຈກັນສະເຫຼີມສະຫຼອງວັນງົດຢາສູບ ວັນທີ 31 ພຶດສະພາ ພາຍໃຕ້ຫົວຂໍ້ “ປູກພືດທີ່ກິນໄດ້ ແທນການປູກຢາສູບ” ເພື່ອເຕືອນໃຫ້ພວກເຮົາຄໍານຶງເຖິງຜົນກະທົບອັນຫຼວງຫຼາຍທີ່ເກີດຈາກການປູກຢາສູບ. ຄໍາຂວັນວັນງົດສູບຢາປີນີ້ ກໍສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກພືດກະສິກໍາຊະນິດອື່ນ ທົດແທນການປູກຢາສູບ, ເນື່ອງຈາກ ການປູກຢາສູບ ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ບໍ່ວ່າຈະເປັນສຸຂະພາບຂອງຊາວສວນຜູ້ປູກຢາສູບ ທີ່ຕ້ອງທົນທຸກທໍລະມານກັບພະຍາດໃບຂຽວ ແລະ ຍັງສົ່ງກະທົບຕໍ່ສິ່ງແວດລ້ອມ ທີ່ຕ້ອງສູນເສຍເນື້ອທີ່ປ່າໄມ້ ເພື່ອປູກຢາສູບ, ນໍ້າທີ່ຕ້ອງໃຊ້ເຂົ້າໃນການປູກຢາສູບ ແລະ ດິນທີ່ໃຊ້ປູກຢາສູບ ຈະສູນເສຍຄວາມອຸດົມສົມບູນຂອງດິນ ເນື່ອງຈາກການປູກຢາສູບຕ້ອງໃຊ້ ປຸ່ຍ ແລະ ຢາຂ້າແມງໄມ້ເປັນຈໍານວນຫຼາຍ ເຮັດໃຫ້ບໍ່ສາມາດນໍາໃຊ້ດິນດັ່ງກ່າວປູກພືດທີ່ເປັນອາຫານໄດ້. ສະນັ້ນ ການທີ່ອຸດສາຫະກຳຢາສູບ ພະຍາຍາມສົ່ງເສີມໃຫ້ຊາວສວນປູກຢາສູບ ແທນທີ່ຈະປູກພືດທີ່ກິນໄດ້ນັ້ນ ໄດ້ສົ່ງຜົນໃຫ້ສິ່ງແວດລ້ອມຖືກທຳລາຍ, ສານເຄມີຕົກຄ້າງ, ປະຊາຊົນລົ້ມປ່ວຍ ແລະ ເຮັດໃຫ້ຄົນໃນໂລກນີ້ຂາດແຄນອາຫານອີກດ້ວຍ.