ເຊລຊີ ປະກາດແຕ່ງຕັ້ງ ໂປເຊັດຕີໂນ ນັ່ງຜູ້ຈັດການທີມຢ່າງເປັນທາງການ




ສະໂມສອນບານເຕະ ເຊລຊີ ປະກາດແຕ່ງຕັ້ງ ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຊາວອາເຈນຕີນາ ເຂົ້າຮັບຕຳແໜ່ງຜູ້ຈັດການທີມຕັ້ງແຕ່ລະດູການ 2003/24 ເປັນຕົ້ນໄປ.
ຜູ້ຈັດການທີມຊາວອາເຈນຕີນາ ຈະເລີ່ມເຮັດໜ້າທີ່ຂອງລາວຕັ້ງແຕ່ວັນທີ 1 ກໍລະກົດ 2023 ໂດຍມີສັນຍາ 2 ປີ ພ້ອມກັບຕົວເລືອກຂະຫຍາຍເພີ່ມອອກໄປອີກ 1 ຫນຶ່ງລະດູການ.
ພອລ ວິນສະແຕນລີ ຜູ້ອຳນວຍການກິລາຮ່ວມຂອງເຊລຊີ ກ່າວວ່າ : “ ດ້ວຍປະສົບການ, ມາດຕະຖານຄວາມເປັນເລີດ, ຄຸນນະພາບຄວາມເປັນຜູ້ນຳ ແລະ ນິໄສຂອງ ເມົາຣີຊີໂອ ເປັນສິ່ງທີ່ເຫມາະສົມກັບສະໂມສອນບານເຕະຂອງເຊລຊີ ໃນຂະນະທີ່ເຮົາພວມກ້າວເດີນໄປຂ້າງໜ້າ ລາວເປັນຜູ້ຈັດການທີມທີ່ປະສົບຄວາມສຳເລັດ ແລະ ເຮັດວຽກໃນລະດັບສູງສຸດໃນຫລາຍລີກ ແລະ ຫລາຍພາສາ ທັດສະນະຄະຕິ, ກົນລະຍຸດ ແລະ ຄວາມມຸ້ງຫມັ້ນໃນການພັດທະນາຂອງລາວ ເຮັດໃຫ້ລາວກາຍເປັນຕົວເລືອກທີ່ສຸດຍອດ ”.
ທັອດ ໂບລີ ປະທານເຊລຊີ ເປີດເຜີຍວ່າ : “ ທີມກິລາດຳເນີນການຢ່າງຂະຫຍັນຂັນແຂ່ງ ແລະ ຮອບຄອບເຊິ່ງຄະນະກຳມະການພາກພູມໃຈ ເຮົາມີຄວາມຍິນດີທີ່ລາວຈະເຂົ້າຮ່ວມທີມເຊລຊີ ລາວເປັນຜູ້ຈັດການທີມລະດັບໂລກທີ່ມີຜົນງານໂດດເດັ່ນ ເຮົາທຸກຄົນຕັັ້ງຕາຄອຍຖ້າທີ່ຈະໄດ້ຮ່ວມວຽກກັບລາວ ”.
ໂປເຊັດຕີໂນ ເປັນຜູ້ຈັດການທີມທີ່ມີຊື່ສຽງໃນດ້ານການເຮັດທີມເຊິ່ງເຕັມໄປດ້ວຍພະລັງງານ ແລະ ຮູບແບບການຫລິ້ນທີ່ສະດຸດຕາ ລາວໄດ້ສ້າງຊື່ສຽງໃນການຊ່ວຍໃຫ້ນັກເຕະດາວຮຸ່ງ ໄດ້ຮູ້ເຖິງສັກກະຍາພາບສູງສຸດຂອງພວກເຂົາພາຍໃນຂຸມກຳລັງທີ່ແຂງແກ່ນ.
ສຳລັບ ໂປເຊັດຕີໂນ ເຄີຍຄຸມທີມໃນພຣີເມຍ ລີກ 2 ທີມ ລວມເວລາ 6 ປີ ເຊັ່ນ ເຊົາແທມຕັນ ໃນລະຫວ່າງປີ 2013/201 ແລະ ທັອດແນມ ຮັອດສະເປີ ໃນລະຫວ່າງປີ 201/2019.