ຊີວະນານາພັນ ປູປານານ້ຳ ຄືຊັບສິນຂອງວົງສາຄະນາຍາດ ທີ່ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມປົກປັກຮັກສາ


ໂດຍ: ທິດກໍ່າ
ເມື່ອ ທ້າຍເດືອນຜ່ານມາ ທິດກໍ່າໄດ້ເຫັນ ຄລິບເຫດການໜຶ່ງທີ່ເຜີຍແຜ່ທາງອອນລາຍ ເປັນເຫດການໄວໜຸ່ມຈຳພວກໜຶ່ງພາກັນເອົາລູກລະເບີດຈໍານວນຫລາຍລູກໄປຖິ້ມລົງໃສ່ວັງນໍ້າເພື່ອເອົາປາ ແຕ່ບໍ່ໄດ້ລະບຸວ່າເຫດເກີດຢູ່ບ້ານໃດ, ເມືອງໃດ ແລະ ແຂວງໃດ ເຫັນແລ້ວໜ້າຫົດຫູ່ສົງສານ ແລະ ເປັນຫ່ວງນໍາສະພາບແວດລ້ອມ ແລະ ສັດສາວາສິ່ງທີ່ຕ້ອງມາຮັບກຳກັບພຶດຕິກຳອັນໂຫດຮ້າຍຂອງບາງກຸ່ມຄົນ ທີ່ບໍ່ເຄົາລົບກົດລະບຽບກົດໝາຍຂອງພວກເຂົາ ເຊິ່ງຖ້າມີການເຮັດແບບນີ້ຕະຫລອດໄປ ໃນອະນາຄົດປາອາດດັບຈິບຫາຍສູນພັນໄປໃນຕົວ ສຸດທ້າຍມາບໍ່ໄວກໍຊ້າຈະພາກັນອຶດຫິວຍ້ອນບໍ່ມີປາໃນນໍ້າ ໂດຍສະເພາະຕາມຫ້ວຍນໍ້າລໍາເຊ ຍ້ອນມະນຸດເຮົາເອງເປັນຜູ້ດັບສູນໃຫ້ມັນຈິບຫາຍ.
ໃນຄວາມເປັນຈິງແລ້ວ, ເວົ້າເລື່ອງຊີວະນານາພັນທີ່ດໍາລົງຊີວິດຢູ່ໃຕ້ນໍ້າ ໂດຍສະເພາະແມ່ນປາ ເຊິ່ງເປັນອາຫານຫລັກຂອງຄົນລາວເຮົາ ມັນເປັນຊັບສົມບັດຂອງວົງສາຄະນາຍາດແຫ່ງຊາດ ທັງເປັນຊັບສິນລວມໝູ່ຂອງທ້ອງຖິ່ນ ບໍ່ວ່າຢູ່ໃສກໍຕາມທີ່ມັນເກີດຂຶ້ນມາໃນທໍາມະຊາດ ເຊິ່ງທຸກຄົນຕ່າງກໍມີສິດນໍາໃຊ້ ແລະ ອະນຸລັກຮັກສາໃຫ້ມັນຍືນຍົງຢູ່ຄຽງຄູ່ກັບຊາດລາວຄົນລາວ ເພາະຄວາມຫລາກຫລາຍຂອງຊີວະນານາພັນນັ້ນຄືຄວາມອຸດົມສົມບູນມັ່ງຄັ່ງຮັ່ງມີຂອງທ້ອງຖິ່ນ ກໍຄືຂອງປະເທດຊາດ. ຖ້າພວກເຮົາຮູ້ຈັກປົກປັກຮັກສາ ແລະ ຄຸ້ມຄອງເປັນຢ່າງດີ ມັນຈະສະໜອງຄຸນຄ່າທາງໂພຊະນາການ ທັງລ້ຽງເຮົາມາພາເຮົາໃຫຍ່ ກິນບໍ່ບົກຈົກບໍ່ລົງຈົນຕະຫລອດຊີວິດ. ນີ້ຄືວົງຈອນຊີວິດ ແລະ ຄວາມສໍາພັນລະຫວ່າງຄົນກັບທໍາມະຊາດ ແລະ ສິ່ງແວດລ້ອມທີ່ຕັດຂາດອອກຈາກກັນບໍ່ໄດ້.
ເມື່ອຫວນຄືນເບິ່ງສະໄໝພໍ່ແມ່ປູ່ຍ່າຕານາຍເຮົາ ເຖິງວ່າບ້ານເມືອງຍັງທຸກຍາກລໍາບາກ, ແຕ່ທໍາມະຊາດຍັງຄົງອຸດົມສົມບູນ, ປູປານານໍ້າໃນຫ້ວຍນໍ້າລໍາເຊບໍ່ອຶດບໍ່ຢາກ ຈົນມີຄຳເວົ້າວ່າ “ຄ້າງໝໍ້ໄວ້ າເຕັ້ນໃສ່ເອງ” ຍ້ອນວ່າສະໄໝນັ້ນພົນລະເມືອງກໍຍັງໜ້ອຍ, ທໍາມະຊາດພູຜາປ່າໄມ້ ຫ້ວຍນໍ້າລໍາເຊຍັງບໍ່ທັນມີການພັດທະນາປ່ຽນແປງໄປຫລາຍຄືດັ່ງຍຸກນີ້. ພໍຕົກມາສະໄໝນີ້ ເສດຖະກິດ-ສັງຄົມມີການພັດທະນາ ທໍາມະຊາດ ແລະ ສິ່ງແວດລ້ອມກໍມີການປ່ຽນແປງໄປຕາມຍຸກຕາມສະໄໝ ນັບທັງຈິດໃຈຂອງຄົນເຮົາກໍນັບມື້ປ່ຽນໄປຕາມການເວລາຢ່າງບໍ່ຢຸດຢັ້ງ.
ເຖິງຢ່າງໃດກໍດີ, ສິ່ງທີ່ເຮົາຄວນຄໍານຶງນັ້ນຄື: ຄວາມຍືນຍົງຄົງກະພັນຂອງທໍາມະຊາດ ແລະ ສິ່ງແວດລ້ອມ ເຊິ່ງໜຶ່ງໃນບັນຫາທີ່ຕ້ອງພ້ອມກັນເອົາໃຈໃສ່ເຮັດກໍຄືອະນຸລັກຮັກສາຊີວະນານາພັນໃຫ້ມັນຍືນຍົງ ເປັນຕົ້ນປາທີ່ຢູ່ໃນຫ້ວຍນໍາລໍາເຊ ຖ້າເຮົາມີການທຳລາຍ ຫລື ຫາກິນແບບດັບສູນ ບໍ່ໄວກໍຊ້າໂທດຂອງຄວາມໂຫດຫ້ຽມອໍາມະຫິດຈະມາຫາເຮົາບໍ່ໄວກໍຊ້າ.
ເພາະສະນັ້ນ, ໃນໂອກາດວັນທີ 13 ກໍລະກົດ 2023 ອັນເປັນວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ກໍຫວັງວ່າທຸກຄົນຈະຖືໂອກາດນີ້ພາກັນສ້າງກິດຈະກໍາປ່ອຍປາລົງສູ່ທໍາມະຊາດ ທັງອະນຸລັກຮັກສາປາໃຫ້ແຜ່ຂະຫຍາຍພັນຫລາຍຂຶ້ນເລື້ອຍໆ.