ກະຊວງແຮງງານ ແລະ ສະຫວັດດີການສັງຄົມເລັ່ງເປີດກ້ວາງ ການຮ່ວມມືກັບຍີ່ປຸ່ນ
ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດ ກອງປະຊຸມປຶກສາຫາລືກັບຄະນະວິຊາການຮ່ວມມືລາວ-ຍີ່ປຸ່ນ ເພື່ອແນໃສ່ເປີດ ກວ້າງການຮ່ວມມືກັນປັບປຸງ, ໂດຍສະເພາະການຝຶກອົບຮົມດ້ານວິຊາການ, ຂຶ້ນທີ່ ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍທ່ານ ໂຈມແຍງ ແພງທອງ ສະຫວັດ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ແລະ ຄະນະວິຊາການ ຝ່າຍຍີ່ປຸ່ນ ນໍາໂດຍທ່ານ Kazunari YOKOTA.
ທ່ານ ໂຈມແຍງ ແພງທອງສະຫວັດ ມີຄຳເຫັນໃນກອງປະຊຸມວ່າ: ສອງ ຝ່າຍໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລື, ປະກອບຄຳຄິດເຫັນ ແລະ ເອກະພາບ ໂດຍພື້ນຖານຕໍ່ຮ່າງເນື້ອໃນບົດບັນທຶກການຮ່ວມມືໂຄງການແລກປ່ຽນການຝຶກ ອົບຮົມທາງດ້ານວິຊາການ, ແຕ່ມີບາງຈຸດທັງສອງຝ່າຍຈະໄດ້ປັບປຸງຕື່ມເພື່ອ ໃຫ້ສອດຄ່ອງ, ໂດຍສະເພາະແມ່ນຂັ້ນຕອນຈັດຕັ້ງປະຕິບັດໂດຍຄາດວ່າ: ໃນ ງວດທຳອິດຝ່າຍ ລາວຈະຈັດສົ່ງນັກຝຶກອົບຮົມໄປຍີ່ປຸ່ນແຕ່ວັນທີ 1 ມັງກອນ ເຖິງວັນທີ 1 ເມສາ 2018 ໃຫ້ສໍາເລັດຂັ້ນຕອນ ເພື່ອໃຫ້ຝ່າຍຍີ່ປຸ່ນຮັບຊາບ ແລະ ພິຈາລະນາອະນຸມັດໃນໄລຍະເວລາ 4 ເດືອນ. ສ່ວນຝ່າຍຍີ່ປຸ່ນຈະໄດ້ນໍາສະເໜີຕໍ່ກະຊວງການຕ່າງປະເທດຂອງຕົນໃນ ການປັບປຸງບາງຄໍາສັບທາງດ້ານວິຊາການຂອງເນື້ອໃນຮ່າງບົດບັນທຶກດັ່ງກ່າວ ຕາມການສະເໜີຂອງຝ່າຍລາວ ແລະ ຈະແຈ້ງໃຫ້ຝ່າຍລາວຊາບໃນເວລາອັນ ຄວນ, ໂດຍຜ່ານທາງການທູດໃນເວລາອັນຄວນ ເພື່ອສອງຝ່າຍຈະໄດ້ຈັດຕັ້ງ ປະຕິບັດແຜນການຮ່ວມມືດັ່ງກ່າວໃຫ້ມີປະສິດທິຜົນ.