ສະເປີ ສະເໜີຂາຍ ແຮຣີ ເຄນ ໃຫ້ ຣຽວ ມາດຣິດ ກັນແມນຢູຍາດໄປ
May 27, 2023 - 9:53 AM




ສືື່ສະເປນສ ລາຍງານວ່າ ທັອດແນມ ຮັອດສະເປີ ສະເໜີຂາຍ ແຮຣີ ເຄນ ກອງໜ້າຄົນສຳຄັນໃຫ້ກັບ ຣຽວ ມາດຣິດ ເນື່ອງຈາກບໍ່ຢາກປ່ອຍໃຫ້ ແມນເຊສເຕີ ຢູໄນເຕັດ ຄູ່ປັບຮ່ວມລີກໄດ້ໄປ.
ໂດຍ ເຄນ ຕົກເປັນເປົ້າຫມາຍຫລັກໃນການເສີມທີມຂອງ ແມນຢູ ໃນຕະຫລາດລະດູການນີ້ ເນື່ອງຈາກພວກເຂົາຕ້ອງການນັກເຕະຕຳແໜ່ງກອງໜ້າເບີ 9 ຄົນໃໝ່.
ຂະນະທີ່ ເຄນ ທີ່ເຫລືອສັນຍາກັບສະເປີ ເຖິງປີ 202 ຍັງບໍ່ມີທ່າທີວ່າຈະຂະຫຍາຍສັນຍາກັບທີມອອກໄປ ພ້ອມມີລາຍງານວ່າດາວເຕະອາຍຸ 29 ປີ ອາດຕັດສິນໃຈຍ້າຍອອກຈາກທີມເນື່ອງຈາກການຄວ້າແຊ໊ມໃນລະດັບສະໂມສອນ.
ຫລ້າສຸດ ສື່ໃນສະເປນລະບຸວ່າ ສະເປີ ໄດ້ຍື່ນສະເໜີຂາຍ ເຄນ ເຊິ່ງມີອະນາຄົດບໍ່ແນ່ນອນກັບສະໂມສອນໃຫ້ກັບ ຣຽວ ມາດຣິດ ເນື່ອງຈາກບໍ່ຕ້ອງການປ່ອຍໃຫ້ ແມນຢູ ທີມຄູ່ປັບຮ່ວມລີກ.
ຂະນະ ຣຽວ ມາດຣິດ ກໍພວມພິຈາລະນາໃນການເຊັນສັນຍາກັບ ດາວຍິງທີມຊາດອັງກິດເນື່ອງຈາກພວກເຂົາຕ້ອງການກອງໜ້າຄົນໃຫມ່ເພື່ອແທນປະສານງານກັບ ຄາຣິມ ເບນເຊມາ.