ຜີສາດແດງຮັບປະກັນການຈົບທ໋ອບ 4 ຫລັງເປີດບ້ານຖະຫລົ່ມສິງໂຕນ້ຳເງິນ 4-1


ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອວັນພະຫັດທີ 25 ພຶດສະພາ ທີ່ຜ່ານມາ ແມນເຊັສເຕີ ຢູໄນເຕັດ ຕ້ອງການ 1 ຄະແນນ ເພື່ອເປັນການຮັບປະກັນການໄປຫລິ້ນບານເຕະ ຢູຟາ ແຊ້ມປ້ຽນລີກ ລະດູການໜ້າ ເປີດຮັງ ໂອລແທຣຟຟອດ ຮັບການມາຢາມຂອງ ເຊວຊີ ໂດຍເກມໃນ ເຄິ່ງເວລາທຳອິດ “ຜີສາດແດງ” ເຈົ້າບ້ານເຮັດໄດ້ດີກວ່າ, ຂຶ້ນນຳ 2-0, ມາຈາກ ຄາເຊມີໂຣ ໃນນາທີ 6 ແລະ ອັນໂຕນີ ມາຊິຢາລ ນາທີ 45+5.
ເຂົ້າສູ່ເຄິ່ງເວລາທີ 2 “ຜີສາດແດງ” ມາໄດ້ອີກ 2 ປະຕູຈາກການຍິງຈຸດໂທດຂອງ ບຣູໂນ ເຟີນານເດສ ໃນນາທີ 73 ແລະ ມາຄັສ ແຣສຟອດ ນາທີ 78 ຫາ ນາທີ 89 ແລະ ສິງໂຕນ້ຳເງິນມາໄດ້ປະຕູປອບໃຈຈາກ ໂຈອາວ ເຟລິກ, ຈົບເກມ ນັດດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ເອົາຊະນະໄປ 4-1 ເກັບເພີ່ມເປັນ 72 ຄະແນນຈາກ 37 ນັດ ຫຍັບຜ່ານ ນິວຄາສເຊິນ ຢູໄນເຕັດ ຢູ່ອັນດັບ 3 ແລະ ຮັບປະກັນການຈົບໃນອັນດັບທ໋ອບ 4 ໃນລະດູການນີ້ແນ່ນອນ, ສ່ວນ ເຊວຊີ ລົງສະໜາມ 37 ນັດ ມີ 43 ຄະແນນ, ຢູ່ອັນດັບ 12 ຂອງຕາຕະລາງ.