ຊຸບເປີໄຕ້ຝຸ່ນ ມາວາ ຖະຫລົ່ມເກາະກວມສະຫະລັດອາເມຣິກາ ມຸ່ງໜ້າຕໍ່ໄປຍັງຟີລິບປິນ

ຊຸບເປີໄຕ້ຝຸ່ນ ມາວາ ຖະຫລົ່ມເກາະກວມສະຫະລັດອາເມຣິກາ ມຸ່ງໜ້າຕໍ່ໄປຍັງຟີລິບປິນ - kitchen vibe - ຊຸບເປີໄຕ້ຝຸ່ນ ມາວາ ຖະຫລົ່ມເກາະກວມສະຫະລັດອາເມຣິກາ ມຸ່ງໜ້າຕໍ່ໄປຍັງຟີລິບປິນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊີງຕັນ ສະຫະລັດອາເມຣິກາ ວັນທີ 25 ພຶດສະພາ 2023 ນີ້ ວ່າ: ສຳນັກງານອຸຕຸນິຍົມແຫ່ງຊາດຂອງສະຫະລັດ ລາຍງານວ່າ: ຊຸບເປີໄຕ້ຝຸ່ນມາວາ ຂຶ້ນຝັ່ງດິນແດນກວມ ຫລື ເກາະກວມ ດ້ວຍຄວາມໄວລົມສູງສຸດໃກ້ສູນກາງ ປະມານ 225 ກິໂລແມັດ/ຊົ່ວໂມງ ທຽບເທົ່າເຮີລິເຄນລະດັບ 4 ຕາມມາດຕະຖານວັດແທກພາຍຸຊັບເຟີ-ຊິມສັນ ເຮັດໃຫ້ເກີດຝົນຕົກໜັກ ເຊິ່ງມີປະຊາກອນ 170,000 ຄົນ ຖືກລົມພັດ ແລະ ຄື່ນພາຍຸພັດຂຶ້ນຝັ່ງສູງເຖິງ 9 ແມັດ.

ເບື້ອງຕົ້ນຍັງບໍ່ມີລາຍງານຢ່າງເປັນທາງການ ກ່ຽວກັບຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ, ນອກນີ້ ຄາດວ່າ ຊຸບເປີໄຕ້ຝຸ່ນມາວາ ມີທ່າອ່ຽງເພີ່ມທະວີກຳລັງລົມຮຸນແຮງອີກ ເມື່ອເຄື່ອນຕົວໄປຍັງຟີລິບປິນ ແລະ ໄຕ້ຫວັນ.

 

ຊຸບເປີໄຕ້ຝຸ່ນ ມາວາ ຖະຫລົ່ມເກາະກວມສະຫະລັດອາເມຣິກາ ມຸ່ງໜ້າຕໍ່ໄປຍັງຟີລິບປິນ - 3 - ຊຸບເປີໄຕ້ຝຸ່ນ ມາວາ ຖະຫລົ່ມເກາະກວມສະຫະລັດອາເມຣິກາ ມຸ່ງໜ້າຕໍ່ໄປຍັງຟີລິບປິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!