ແມນຢູ-ລີເວີພູລ ເປີດເສິກຍາດ ເມສັນ ເມົ້າ ເສີມກາງ




ສື່ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ກຽມເປີດເສິກແດງເດືອດນອກຮອບກັບ ລີເວີພູລ ໃນການເຊັນສັນຍາກັບ ເມສັນ ເມົ້າ ກອງກາງ ເຊລຊີ ມາຮ່ວມທີມໃນລະດູການນີ້.
ໂດຍ ເມົ້າ ພວມຈະຫມົດສັນຍາກັບ ເຊລຊີ ໃນລະດູການນີ້ 2024 ແຕ່ຍັງບໍ່ມີການຂະຫຍາຍອອກໄປແຕ່ຢ່າງໃດ ທ່າມກາງກະແສຂ່າວວ່າ ລີເວີພູລ ໄດ້ເລັງຢືມຕົວທີມຊາດອັງກິດລາຍນີ້ມາຮ່ວມທີມຫລັງຈົບລະດູການ.
ແຕ່ຫລ້າສຸດ ເດລີ ເມລ ສື່ໃນອັງກິດເປີດເຜີຍວ່າ ແມນຢູ ພ້ອມຮ່ວມວົງ ລີເວີພູລ ໃນການຄວ້າຕົວ ເມົ້າ ເຊິ່ງແຫລ່ງຂ່າວໃກ້ຊິດສະໂມສອນລະບຸ ການເຈລະຈາເລື່ອງການຍ້າຍທີມຂອງດາວເຕະອາຍຸ 24 ປີ ກັບ ແມນຢູ ພວມຈະເລີ່ມຂຶ້ນ ເນື່ອງຈາກ ເອຣິກ ເທນ ຮາກ ຜູ້ຈັດການທີມຕ້ອງການເພີ່ມຄວາມແຂງແກ່ນໃນການວາງເກມບຸກ.
ໂດຍ ແມນຢູ ພ້ອມຈ່າຍຄ່າຕົວຂອງ ເມົ້າ ດ້ວຍຈຳນວນ 55 ລ້ານປອນ ແຕ່ເຊລຊີ ໄດ້ຕັ້ງຄ່າຕົວຂອງນັກເຕະໄວ້ສູງເຖິງ 85 ລ້ານປອນ.
ສຳລັບ ເມົ້າ ພວມຢູ່ໃນໄລຍະພັກຟື້ນຈາກການເຂົ້າຜ່າຕັດປິ່ນອາກາດບາດເຈັບກະດູກກະໂພກ ແລະ ອາດຈະບໍ່ເຊົາທັນລົງສະໜາມຊ່ວຍທີມໃນລະດູການນີ້ແລ້ວ.