ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ

ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ - IMG 0123 - ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ
ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ - kitchen vibe - ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ

ໃນວັນທີ 23 ພຶດສະພາ 2023, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ສະຫລຸບຜົນງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ້ລ່ວງເລິກ 2016-2020, ທີ່ວິທະຍາໄລເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ, ໂດຍ ມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພະແນກສຶກສາທິການ ແລະ ກິລາ ນວ ປະກອບມີ 9 ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ມີບັນດາໂຮງຮຽນອ້ອມຂ້າງທີ່ຂຶ້ນກັບ 10 ແຫ່ງ, ມີພະນັກງານ-ລັດຖະກອນ ທັງໝົດ 5.289 ຄົນ, ຍິງ 3.362 ຄົນ ຕາມບັນຊີຈໍານວນພົນໃນງວດ 3 ປີ 2020 (ລວມມີລັດຖະກອນ ບໍລິຫານ 408 ຄົນ ຍິງ 201 ຄົນ ແລະ ລັດຖະກອນຄູ 4.881 ຄົນ ຍິງ 3.161 ຄົນ).

ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ - Visit Laos Visit SALANA BOUTIQUE HOTEL - ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ

ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽງານສາມສ້າງ ແຕ່ ປີ 2016 ຫາປັດຈຸບັນຕາມເນື້ອໃນ 4 ດ້ານ ຄື: ການກໍ່ສ້າງຮາກຖານການເມືອງ ການພັດທະນາເສດຖະກິດ ວັດທະນະທໍາ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບຫລຽນໄຊແຮງງານຊັ້ນ II ຈໍານວນ 5 ຄົນ, ຊັ້ນ III ຈໍານວນ 31 ຄົນ, 1 ກົມກອງ, ຫລຽນກາແຮງງານ 40 ຄົນ, ໄດ້ຮັບໃບຍ້ອງຍໍຈາກລັດຖະບານ 199 ຄົນ ແລະ ຍ້ອງຍໍຈາກເຈົ້າຄອງ ນວ 106 ຄົນ. ເຊິ່ງໃນພິທີຍັງໄດ້ມອບໃບຢັ້ງຢືນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຈໍານວນ 8 ໜ່ວຍພັກຂຶ້ນກັບ. ພ້ອມດຽວກັນປະກາດແຕ່ງທ່ານ ປອ ອໍາມະນີ ນໍລິນ ຫົວໜ້າພະແນກຄຸ້ມຄອງວິຊາການ ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ທີ່ລົງກໍ່ສ້າງຮາກຖານຢູ່ພະແນກສຶກສາທິການ ແລະ ກິລາ ນວ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ

ໂອກາດນີ້, ທ່ານຮອງເຈົ້າຄອງ ນວ ໄດ້ຍ້ອງຍໍຊົມເຊີຍຕໍ່ພະນັກງານຄູ-ອາຈານ ຜູ້ບໍລິຫານການສຶກສາທຸກທ່ານທີ່ໄດ້ທຸມເທເຫື່ອແຮງສະຕິປັນຍາໃນການປະກອບສ່ວນພັດທະນາວຽກງານ, ຂະແໜງການສຶກສາຂອງ ນວ ກໍຄືປະເທດໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມທັງເນັ້ນໃຫ້ຄູ-ອາຈານທຸກທ່ານຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີເດັ່ນ, ເສີມຂະຫຍາຍຜົນງານສ້າງຮຸ່ນສືບທອດປ່ຽນແທນພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ.

 

ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ - 4 - ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ພະແນກສຶກສາທິການ ແລະ ກິລາ ນວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!