ງານສະແດງການເດີນແບບອາພອນເລີ່ມຂຶ້ນແລ້ວ


ຄືນວັນທີ 12 ກັນຍານີ້, ໂຄງການພັດທະນານັກອອກ ແບບໜຸ່ມນ້ອຍຂອງລາວຮ່ວມ ກັບລາວແຟຊັນວີກ, ໄດ້ຈັດງານ ສະແດງການເດີນແບບອາພອນຮອບປະຖົມມະລືກຂຶ້ນທີ່ນະ ຄອນຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມ ນັກຂ່າວແຫ່ງ ສປປ ລາວ, ທັງ ເປັນປະທານສະພາບໍລິຫານ ລາວແຟຊັນວີກ.


+ ງານວາງສະແດງຈີນ-ອາຊຽນຄັ້ງທີ 14
+ ລາວກຽມປະກວດນາງງາມMissUniverse ເປັນປີທຳອິດເພື່ອເຂົ້າຮ່ວມແຂ່ງຂັນລະດັບສາກົນ
ງານດັ່ງກ່າວ ເພື່ອເປີດໂອ ກາດໃຫ້ກັບບັນດາຫ້ອງເສື້ອ ຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະ ເທດ ໄດ້ນຳເອົາເສື້ອຜ້າອາພອນ ທີ່ຕົນເອງໄດ້ອອກແບບມານຳ ສະເໜີຕໍ່ຜູ້ເຂົ້າຮ່ວມງານ ດັ່ງກ່າວ, ທັງເປັນການຍົກລະດັບຄວາມ ສາມາດຂອງນັກອອກແບບ ຂອງລາວ ໃຫ້ທຽບເທົ່າກັບສາ ກົນ ໄດ້ໃນອະນາຄົດ. ປັດຈຸບັນ ເສື້ອຜ້າອາພອນຂອງລາວທີ່ ໄດ້ ຮັບຄວາມ ສົນໃຈກວ່າໝູ່ແມ່ນ ຜ້າໄໝ ທີ່ຖືກອອກແບບດ້ວຍ ຄວາມຄິດທີ່ທັນສະໄໝປະສົມ ປະສານກັບວັດສະດຸທີ່ເກົ່າແກ່ ແລະ ມີຄຸນຄ່າເຮັດໃຫ້ຜະລິດ ຕະພັນ ດັ່ງກ່າວມີຄຸນ ນະພາບດີ ແລະ ເປັນທີ່ຍອມຮັບໃນກຸ່ມຄົນ ສ່ວນຫລາຍ, ຊຶ່ງງານດັ່ງກ່າວ ຈະໄດ້ດຳເນີນໄປຈົນເຖິງ ວັນທີ 15 ກັນຍານີ້.











