ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້

ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້ - extreme heat thermometer - ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້
ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້ - kitchen vibe - ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້

ທີມນັກວິທະຍາສາດຈາກສະຖາບັນ Global Systems ແຫ່ງມະຫາວິທະຍາໄລເອັກຊິເຕີ (University of Exeter) ແລະ ມະຫາວິທະຍາໄລໜານຈິງ (Nanijing University) ເຜີຍແຜ່ລາຍງານວິໄຈສະບັບຫລ້າສຸດ ເຕືອນຜົນກະທົບຈາກການເມີນເສີຍໃນການດໍາເນີນນະໂຍບາຍຮັບມືສະພາບໂລກປັ່ນປ່ວນ ອາດສົ່ງຜົນໃຫ້ປະຊາກອນໂລກກວ່າ 2 ພັນລ້ານຄົນ ຕ້ອງຜະເຊີນສະພາບຄວາມຮ້ອນໃນລະດັບອັນຕະລາຍ, ຂະນະທີ່ບາງປະເທດອາດຮ້ອນເຖິງຂັ້ນມະນຸດບໍ່ສາມາດອາໄສຢູ່ໄດ້.

ໂດຍຜົນກະທົບຂອງລະດັບຄວາມຮ້ອນທີ່ເພີ່ມສູງຂຶ້ນທົ່ວໂລກ ຈະສົ່ງຜົນກະທົບຈໍານວນຫລາຍເຊັ່ນ: ຕົວເລກຜູ້ເສຍຊີວິດເພີ່ມຂຶ້ນ, ຜົນຜະລິດຈາກແຮງງານຫລຸດລົງ, ການຮຽນຮູ້ທີ່ບົກຜ່ອງ, ສະພາບຖືພາທີ່ບໍ່ຕັ້ງໃຈ, ຜົນຜະລິດທາງກະສິກໍາຫລຸດລົງ, ຄວາມຂັດແຍ່ງເພີ່ມຂຶ້ນ ແລະ ການແພ່ກະຈາຍຂອງພະຍາດຕິດເຊື້ອທີ່ເພີ່ມຂຶ້ນ.

ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້ - Visit Laos Visit SALANA BOUTIQUE HOTEL - ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້

ງານວິໄຈທີ່ເຜີຍແຜ່ໃນວັນທີ 22 ພຶດສະພາ ລະບຸວ່າ: ປະມານ 22% ຂອງຈໍານວນປະຊາກອນໂລກຕາມທີ່ຄາດຄະເນໄວ້ໃນທ້າຍທົດສະວັດທີ 21 ຈະໄດ້ຮັບຜົນກະທົບຈາກສະພາບອາກາດຮ້ອນດັ່ງກ່າວ. ພ້ອມເນັ້ນວ່າ: ສະພາບອາກາດຈໍາເພາະ (Climate Niche) ທີ່ສະໜັບສະໜູນການຢູ່ອາໄສຂອງມະນຸດໃນອະດີດ ກໍາລັງຫລຸດຂະໜາດລົງຢ່າງວ່ອງໄວເນື່ອງຈາກສະພາບຄວາມຮ້ອນຂອງໂລກ.

ທັງນີ້, ລາຍງານສະບັບໃໝ່ຈາກອົງການອຸຕຸນິຍົມວິທະຍາໂລກ (World Meteorological Organisation) ເຕືອນວ່າ: ອຸນຫະພູມໂລກຈະເພີ່ມຂຶ້ນເຖິງລະດັບ 1,5 ອົງສາ ພາຍໃນ 5 ປີຕໍ່ໜ້າ. ຂະນະທີ່ນະໂຍບາຍສະພາບອາກາດຂອງປະເທດຕ່າງໆທີ່ມີຢູ່ໃນປັດຈຸບັນ ຄາດວ່າຈະສົ່ງຜົນເຮັດໃຫ້ອຸນຫະພູມໂລກເພີ່ມຂຶ້ນເຖິງ 2,7 ອົງສາ ພາຍໃນທົດສະວັດນີ້.

ທັງນີ້, ອິນເດຍ ເຊິ່ງກໍາລັງຜະເຊີນຄື້ນຄວາມຮ້ອນທີ່ອັນຕະລາຍເຖິງຊີວິດ ມີປະຊາກອນຫລາຍທີ່ສຸດກໍາລັງຕົກຢູ່ໃນຄວາມສ່ຽງ ໂດຍປະຊາກອນປະມານ 600 ລ້ານຄົນ ຈະຜະເຊີນສະພາບອາກາດທີ່ຮ້ອນອົບເອົ້າ ຖ້າອຸນຫະພູມໂລກເພີ່ມສູງຂຶ້ນ 2,7 ອົງສາ.

ສ່ວນໄນຈີເຣຍ ມີປະຊາກອນກວ່າ 300 ລ້ານຄົນ ທີ່ສ່ຽງຜະເຊີນສະພາບອາກາດຮ້ອນຈົນເປັນອັນຕະລາຍ ຈາກລະດັບອຸນຫະພູມໂລກທີ່ສູງຂຶ້ນ 2,7 ອົງສາ.

ນອກຈາກນີ້, ພົບວ່າຕົວເລກອຸນຫະພູມໂລກທີ່ເພີ່ມຂຶ້ນ 2,7 ອົງສາ ອາດສົ່ງຜົນໃຫ້ເກືອບ 100% ຂອງບາງປະເທດ ລວມທັງບູກິນາຟາໂຊ ແລະ ມາລີ ຈະຜະເຊີນສະພາບອາກາດຮ້ອນຈົນເປັນອັນຕະລາຍຕໍ່ການຢູ່ອາໄສຂອງມະນຸດ.

ຂະນະທີ່ເບຣຊິນ ເປັນປະເທດທີ່ມີເນື້ອທີ່ຂະໜາດໃຫຍ່ສຸດທີ່ຜະເຊີນສະພາບຄວາມຮ້ອນທີ່ເປັນອັນຕະລາຍ, ສ່ວນອົດສະຕຣາລີຈະມີພື້ນທີ່ສະພາບອາກາດຮ້ອນຈົນເປັນອັນຕະລາຍເພີ່ມຂຶ້ນຫລາຍ.

ອ້າງອີງ:

http://www.independent.co.uk/…/heatwave-global-warming…

ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້ - 3 - ນັກວິທະຍາສາດເຕືອນປະຊາກອນໂລກ 2 ພັນລ້ານຄົນ ສ່ຽງຜະເຊີນອາກາດຮ້ອນລະດັບອັນຕະລາຍ ບາງປະເທດຈະຮ້ອນເກີນກວ່າມະນຸດອາໄສໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!