ສອງກຸ່ມທະຫານຊູດັງລົງນາມກຽມຢຸດຍິງ 7 ວັນ ເລີ່ມວັນທີ 22 ພຶດສະພາ


ວັນທີ 20 ພຶດສະພາ, ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ໄດ້ລົງນາມໃນຂໍ້ຕົກລົງຢຸດຍິງເປັນເວລາ 7 ວັນ. ຂະນະທີ່ການສູ້ຮົບລະຫວ່າງສອງຝ່າຍ ເຊິ່ງເຮັດໃຫ້ສະຖານະການໃນປະເທດຕົກຢູ່ໃນຄວາມວຸ້ນວາຍ ແລະ ເຮັດໃຫ້ມີຜູ້ຕ້ອງພັດຖິ່ນກວ່າລ້ານຄົນ ໄດ້ຍືດເຍື້ອເຂົ້າສູ່ອາທິດທີ 6 ແລ້ວ.
ຖະແຫລງການຈາກອາເມລິກາ ແລະ ຊາອຸດິອາຣະບີ ເຊິ່ງເປັນປະເທດທີ່ສະເໜີເປັນຄົນກາງຊ່ວຍເຈລະຈາຄວາມຂັດແຍ່ງຂອງສອງກຸ່ມທະຫານຊູດັງ ເປີດເຜີຍວ່າ: ຂໍ້ຕົກລົງຢຸດຍິງຈະເລີ່ມມີຜົນບັງຄັບໃຊ້ໃນເວລາ 21:45 ໂມງ ຂອງວັນທີ 22 ມັງກອນ ຕາມເວລາທ້ອງຖິ່ນ.
ກ່ອນໜ້ານີ້, ທັງສອງຝ່າຍໄດ້ເຮັດຂໍ້ຕົກລົງຢຸດຍິງມາແລ້ວຫລາຍຄັ້ງ, ແຕ່ພົບວ່າມີການຝ່າຝືນຕະຫລອດ ໂດຍຕ່າງຝ່າຍຕ່າງອ້າງວ່າອີກຝ່າຍເປັນຜູ້ບໍ່ປະຕິບັດຕາມຂໍ້ຕົກລົງກ່ອນ. ເຖິງຢ່າງໃດກໍຕາມ, ຖະແຫລງການລະບຸວ່າ: ຂໍ້ຕົກລົງທີ່ເກີດຂຶ້ນຄັ້ງຫລ້າສຸດນີ້ຈະມີກົນໄກກວດສອບລະຫວ່າງອາເມລິກາ, ຊາອຸດິອາຣະບີ ລວມທັງບັນດາປະເທດທີ່ຄອຍຊ່ວຍຕິດຕາມ.
ນອກຈາກນີ້, ຂໍ້ຕົກລົງດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ມີການສົ່ງການຊ່ວຍເຫລືອດ້ານມະນຸດສະທໍາ ລວມທັງຟື້ນຟູບໍລິການທີ່ຈໍາເປັນສໍາລັບປະຊາຊົນ, ພ້ອມຮຽກຮ້ອງໃຫ້ມີການຖອນເຈົ້າໜ້າທີ່ຂອງກອງກໍາລັງຕິດອາວຸດອອກຈາກໂຮງໝໍ ແລະ ສະຖານທີ່ສາທາລະນະທີ່ສໍາຄັນອື່ນໆ.
ອ້າງອີງ: