ປະທານຟີຟາ ອອກມາກ່າວເຖິງເຫດການຄວາມຮຸນແຮງຂ້າງສະໜາມນັດຊີງຊີເກມ
May 21, 2023 - 11:36 AM




ປະທານຟີຟາ ກ່າວວ່າ : “ ບານເຕະອາຊຽນ ມີສັກກະຍາພາບທີ່ຈະພັດທະນາໄດ້ດີ ແຕ່ໃນທີ່ສຸດກໍມີຄວາມຮຸນແຮງເກີດຂຶ້ນ ນີ້ຄືບັນຫາທີ່ກ່ຽວຂ້ອງກັບບານເຕະ ແລະ ປະເດັນທາງສັງຄົມອື່ນໆ ”.
“ ເຫດການທີ່ເກີດຂຶ້ນເມື່ອວັນທີ 16 ພຶດສະພາ ທີ່ສະໜາມໂອລິມປິກແຫ່ງຊາດຂອງປະເທດກຳປູເຈຍ ມັນໜ້າເສົ້າຫລາຍ ຖ້ານີ້ຄືຄວາມຂັດແຍ່ງລະຫວ່າງນັກເຕະ, ຜູ້ຊ່ວຍຄູຝຶກ ແລະ ຄູຝຶກຂອງທີມຄວນເຂົ້າມາຍຸດຕິເຫດການ ພາບຈາກຊີເກມໃນນັດຊີງຊະນະເລີດຖືກເຜີຍແຜ່ໃນແງ່ລົບຢ່າງຫລາຍ ”.
“ ຂ້ອຍຫວັງວ່າ ເມື່ອເກີດເຫດການແບບນີ້ໃນບານເຕະ ຊີເກມ ຝ່າຍຈັດການແຂ່ງຂັນ ທັງ AFC, AFF ແລະ ສະມາຄົມບານເຕະຂອງປະເທດນັ້ນໆ ຈະຕ້ອງເບິ່ງຍ້ອນກັບໄປຫາວິທີແກ້ໄຂທີ່ມີປະສິດທິພາບໃນການປ້ອງກັນບໍ່ໃຫ້ເຫດການນີ້ເກີດຂຶ້ນອີກໃນອະນາຄົດ ” ປະທານຟີຟາ ກ່າວ.