ໄຊສົມບູນ ແລະ ນະຄອນຫລວງວຽງຈັນ ແລກປ່ຽນບົດຮຽນການຊື້-ຂາຍ ແລະ ສົ່ງເສີມການຜະລິດສິນຄ້າ


ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນວຽກງານສົ່ງເສີມການຜະລິດສິນຄ້າ ແລະ ຈໍລະຈອນສິນຄ້າຂຶ້ນໃນວັນທີ 17 ພຶດສະພາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ທ່ານ ພາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນ ແລະ ທ່ານ ບຸນລ້ຳ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ.
ໃນກອງປະຊຸມ, ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ປະກອບຄຳເຫັນວ່າ: ເພື່ອທົບທວນການຮ່ວມມືລະຫວ່າງ ແຂວງໄຊສົມບູນ ແລະ ນະຄອນຫລວງວຽງຈັນ ຕາມບົດບັນທຶກທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2020 ເຊິ່ງຫລັງຈາກທີ່ໄດ້ມີການເຊັນບົດບັນທຶກດັ່ງກ່າວ ທັງ 2 ແຂວງ ກໍໄດ້ມີການປະສານງານຢ່າງເປັນປົກກະຕິ ພ້ອມທັງຜັນຂະຫຍາຍຜົນຂອງກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການ ແລະ ການຮ່ວມມື ລົງສູ່ບັນດາເມືອງ. ພ້ອມທັງລົງຕິດຕາມເບິ່ງສະຖານທີ່ການຜະລິດສິນຄ້າກະສິກຳຕົວຈິງທີ່ເຫັນວ່າມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການແລກປ່ຽນສິນຄ້າ ລະຫວ່າງ ແຂວງໄຊສົມບູນ ແລະ ນະຄອນຫລວງວຽງຈັນ.
ມາຮອດປັດຈຸບັນເຫັນໄດ້ວ່າການແລກປ່ຽນສິນຄ້າລະຫວ່າງ 2 ພາກສ່ວນ ຍັງມີການແລກປ່ຽນ-ຊື້ຂາຍ ເປັນປະຈຳ ເປັນຕົ້ນແມ່ນ ການນຳເຂົ້າຊີ້ນປາ, ຊີ້ນໝູ, ຊີ້ນໄກ່, ເຂົ້າສານ, ໄຂ່ໄກ່ ແລະ ອື່ນໆ. ນອກນັ້ນ ແຂວງໄຊສົມບູນ ຍັງໄດ້ສົ່ງສິນຄ້າປະເພດ ໝາກກ້ຽງ, ໝາກນັດ, ໝາກຊູ, ຂີງ, ເຄື່ອງຫັດຖະກຳຈັກສານຫວາຍ ແລະ ສັດໃຫຍ່ ໄປຂາຍໃນຕະຫລາດນະຄອນຫລວງວຽງຈັນ ໂດຍການເຂົ້າມາຮັບຊື້ຂອງພໍ່ຄ້າຄົນກາງ ທີ່ເກັບຊື້ຕາມລະດູການ.
ທັງນີ້, ກໍເພື່ອເປັນການຖອດຖອນບົດຮຽນຄືນບັນດາວຽກງານ, ຈຸດດີ, ຈຸດອ່ອນ ແລະ ບັນດາຂໍ້ຄົງຄ້າງເພື່ອພ້ອມກັນຕີລາຄາຄືນຢ່າງພາວະວິໄສ ເພື່ອວາງທິດທາງແຜນການໃນການຮ່ວມມືລະຫວ່າງ 2 ແຂວງ ໃຫ້ມີຄວາມຮັດກຸມ ເປັນຮູບປະທຳ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າໃນຕໍ່ໜ້າ, ແນໃສ່ເຮັດໃຫ້ການສົ່ງເສີມຜະລິດເປັນສິນຄ້າຂອງປະຊາຊົນ ພາຍໃນ 2 ແຂວງ ແລະ ການຈໍລະຈອນສິນຄ້າ ມີຄວາມສະດວກສະບາຍຂຶ້ນເປັນກ້າວໆ.