ຫສນຍ ເຜີຍແຜ່ເອກະສານວຽກງານກວດກາ ແລະ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ສາກົນ
May 21, 2023 - 3:23 PM


ວັນທີ 19 ພຶດສະພາ 2023 ຜ່ານມານີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານວຽກງານກວດກາ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ໂດຍເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ອະດີດການນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.
ເນື້ອໃນທີ່ນຳມາເຜີຍແຜ່ເຊື່ອມຊຶມ ໃນຄັ້ງນີ້ ປະກອບມີ: ບົດສະຫລຸບຫຍໍ້ວຽກງານກວດກາ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການສູ້ຊົນ ປະຈຳປີ 2023 ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ບົດສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງ ຫສນຍ; ບົດໂອ້ລົມຂອງປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022; ເອກະສານວັນກຳມະກອນສາກົນ ຄົບຮອບ 137 ປີ (1/5/1886 – 1/5/2023); ເອກະສານມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 64 ປີ (18/5/1959-18/5/2023); ເອກະສານມູນເຊື້ອວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳແນວລາວຮັກຊາດ ຄົບຮອບ 63 ປີ (24/5/1960-24/5/2023), ທັງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ ແລະ ເປັນເອກະພາບ ຕໍ່ເນື້ອໃນ ກໍຄືເອກະສານ ທີ່ໄດ້ນຳມາເຜີຍແຜ່ເຊື່ອຊຶມ ໃນຄັ້ງນີ້, ທັງສາມາດນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານ ແລະ ການດຳລົງຊີວິດຕົວຈິງ ໃຫ້ເກີດດອກອອກຜົນ ເພື່ອຍົກສູງທັດສະນະຫລັກໝັ້ນ, ຄຸນທາດການເມືອງຂອງສະມາຊິກພັກ-ພະນັກງານ ໃຫ້ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງ ປະກອບສ່ວນປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມ ແຂງ.
ພາຍຫລັງສຳເລັດການເຜີຍແຜ່ເຊື່ອມຊຶມ ບັນດາເອກະສານ ກໍຄື ເນື້ອໃນສຳຄັນດັ່ງກ່າວ, ກອງປະຊຸມ ຍັງໄດ້ຮັບກຽດ ຈາກທ່ານ ບຸນຕຽມ ພິດສະໄໝ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ມາເລົ່າປະສົບການຕົວຈິງ ເຊິ່ງເປັນການປະກອບສ່ວນເຂົ້າໃນການຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳແນວລາວຮັກຊາດ ຕື່ມອີກ.
ຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ສັງລວມ ແລະ ເນັ້ນໜັກຄືນ ກ່ຽວກັບຄວາມສຳຄັນຂອງເອກະ ສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມ ລວມທັງວຽກງານກວດກາທີ່ ຫສນຍ ໄດ້ສ້າງການຫັນປ່ຽນ ແລະ ຈັດຕັ້ງປະຕິບັດ ໃນຄັ້ງນີ້. ອັນສໍາຄັນ ທ່ານ ໄດ້ເນັ້ນໜັກ ໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງອັນດີ ເພື່ອຍົກສູງຄຸນຄ່າ ແລະ ຄຸນນະພາບ ຂອງສະມາຊິກພັກ-ພະນັກງານ ກໍຄື ວຽກງານ ໃຫ້ສູງຂຶ້ນເປັນກ້າວໆ; ປັບປຸງແບບແຜນວິທີເຮັດວຽກ ແລະ ແບບ ແຜນການດຳລົງຊີວິດ ໃຫ້ມີວິທະຍາສາດ ແລະ ແທດຕົວຈິງ ກວ່າເກົ່າ; ພ້ອມກັນຕັດສິນໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໃນ 3 ດ້ານ ຄື: (ຫັນປ່ຽນຈາກແນວຄິດລໍຖ້າ ໄປສູ່ຄວາມເປັນເຈົ້າການ ແລະ ປະດິດສ້າງ; ຫັນຈາກການເຮັດວຽກບໍ່ມີຈຸດສຸມ ບໍ່ມີແບບແຜນ ບໍ່ມີຄາດໝາຍ ໄປສູ່ວິທະຍາສາດ ທີ່ມີຈຸດສຸມ ມີແບບແຜນ ມີຄາດໝາຍ ແລະ ຫັນຈາກກົນໄກທີ່ອືດອາດຊັກຊ້າ ຫລາຍຂັ້ນຫລາຍຂອດ ໄປສູ່ກົນໄກທີ່ໂລ່ງລ່ຽນ, ວ່ອງໄວ ແລະ ທັນການ) ເພື່ອຮັບປະກັນ ໃຫ້ແກ່ການບໍລິການຮັບໃຊ້ການນຳ ແລະ ປະຊາຊົນ ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ.
