ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ - IMG 5523 - ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ
ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ - kitchen vibe - ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ

ວັນທີ 16-19 ພຶດສະພາ 2023, ຄະນະຜູ້ແທນຂອງ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການພັດທະນາເຊື່ອມໂຍງທາງບົກ-ທາງທະເລ ປະຈໍາປີ 2023” ຢູ່ນະຄອນຊົງຊິ້ງ ສປ ຈີນ, ເຊິ່ງການຈັດກອງປະຊຸມຄັ້ງນີ້, ເປັນໂອກາດຄົບຮອບ 10 ປີ ຂອງ ຂໍລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ປະກາດອອກໃນປີ 2013 ຜ່ານມາ.

ໃນໂອກາດເຂົ້າຮ່ວມກອງປະຊຸມ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕໍ່ ສປປ ລາວ ໂດຍສະເພາະແມ່ນການເຊື່ອມໂຍງຍຸດທະສາດ “ຫັນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດແຫ່ງການເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ ເຂົ້າກັບຂໍ້ລິເລີ່ມດັ່ງກ່າວ, ທັງໄດ້ຍົກໃຫ້ເຫັນ ບັນດາກົນໄກການຮ່ວມມື ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ຜົນປະໂຫຍດທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມືດັ່ງກ່າວ, ອັນພົ້ນເດັ່ນທີ່ສຸດ ແມ່ນ ໂຄງການທາງລົດໄຟ ລາວ-ຈີນ ທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ ແລະ ກາຍເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ.

ນອກຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ເຂົ້າຮ່ວມພິທີ ເປີດເວທີສົນທະນາການຮ່ວມມືສາກົນຊ່ອງທາງໃໝ່ໃນການເຊື່ອມໂຍງທາງບົກ-ທາງທະເລ ຄັ້ງທີ 5 ແລະ ກອງປະ ຊຸມສົ່ງເສີມການຄ້າ-ການລົງທຶນສາກົນ ພາກຕາເວັນຕົກຈີນ.

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ - 3 - ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!