Facebook ເລີ່ມທົດສອບລະບົບດາວໂຫຼດວິດີໂອມາເກັບໄວ້ລ່ວງໜ້າໃນແອັບເວີຊັ່ນ Android


Facebook ມີຄວາມພະຍາຍາມໃນການທີ່ຈະຊ່ວຍໃຫ້ເຮົາເປືອງ Mobile data ໃນການເບິ່ງວິດີໂອໃນ YouTube ດ້ວຍການເພີ່ມຄຸນສົມບັດໃຫມ່ທີ່ມີຊື່ວ່າ Instant Videos ເຊິ່ງໃນຕອນນີ້ຢູ່ໃນລະຫວ່າງການທົດສອບໃນແອັບ Facebook ໃນລະບົບປະຕິບັດການ Android.
Instant Videos ຈະເຮັດວຽກເມື່ອໂທລະສັບຂອງເຮົາເຊື່ອມຕໍ່ກັບເຄືອຂ່າຍ Wi-Fi ມັນຈະທະຍອຍດາວໂຫຼດວິດີໂອມາເກັບໄວ້ໃນ Caches ຂອງເຄື່ອງ ເພື່ອໃຫ້ເຮົາສາມາດເບິ່ງວິດີໂອນີ້ໄດ້ພາຍຫຼັງ ໂດຍບໍ່ຕ້ອງໃຊ້ດາຕ້າຈາກ 3G/4G ເລີຍ.


ຮູບແບບການເຮັດວຽກຂອງ Instant Videos ຄ້າຍຄືລີ້ງກັບ Instant Articles ທີ່ Facebook ມີການເກັບຂໍ້ມູນຂອງເນື້ອຫາໃນເວັບໄຊໄວ້ລ່ວງໜ້າ ເພື່ອໃຫ້ຜູ້ໃຊ້ສາມາດເປີດອ່ານລີ້ງໄດ້ຢ່າງວ່ອງໄວ ໂດຍວິດີໂອທີ່ໄດ້ຮັບການເກັບແຊໄວ້ແລ້ວຈະມີສັນຍາລັກສາຍຟ້າ ເພື່ອແຈ້ງໃຫ້ຜູ້ໃຊ້ຮູ້ວ່າສາມາດເບິ່ງວິດີໂອນີ້ໄດ້ໂດຍບໍ່ເປືອງດາຕ້າ.
ມີລາຍງານວ່າ Facebook ໄດ້ຢືນຢັນກັບທາງເວັບໄຊ TechCrunch ວ່າ ການທົດສອບ Instant Videos ເລີ່ມຂຶ້ນແລ້ວກັບຜູ້ໃຊ້ໂທລະສັບລະບົບປະຕິບັດການ Android ໃນຈໍານວນທີ່ບໍ່ຫຼາຍ ກໍຍັງບໍ່ຮູ້ຢ່າງຈະແຈ້ງວ່າລູກຫຼິ້ນທີ່ຈະເປີດໃຫ້ໃຊ້ຢ່າງເປັນທາງການເມື່ອໃດ. ແນວໃດກໍຕາມ ໃຜທີ່ໃຊ້ໂທລະສັບມີຄວາມຈຸຕໍ່າອາດຈະບໍ່ເໝາະກັບ Instant Videos.