ຜົນງານຍັງຖືກໃຈ, ອາເຊນອລ ປະກາດຕໍ່ສັນຍາ ແຣມເດລ ຜູ້ຮັກສາປະຕູມືກາວປະຈຳທີມ
May 19, 2023 - 8:24 AM




ອາເຊນອລ ສະໂມສອນເກັ່ງແຫ່ງພຣີເມຍລີກ ອັງກິດ ປະກາດຢືນຢັນຕໍ່ສັນຍາໄລຍະຍາວກັບ ອາຣອນ ແຣມເດລ ຜູ້ຮັກສາປະຕູທີມຊາດອັງກິດຢ່າງເປັນທາງການແລ້ວ.
ສຳລັບ ແຣມເດລ ອາຍຸ 24 ປີ ຍ້າຍຈາກ ເຊບຟິລ ຢູໄນເຕັດ ມາກັບ ອາເຊນອລ ເມື່ອປີ 2021 ດ້ວຍຄ່າຕົວ 2 ລ້ານປອນ ແລະ ສາມາດສະແດງຜົນງານໄດ້ຢ່າງສຸດຍອດ ປັດຈຸບັນພາທີມຄອງອັນດັບ 2 ຂອງຕາຕະລາງຄະແນນພຣີເມຍລີກ ອັງກິດ ຍັງມີຄວາມຫວັງເລັກໜ້ອຍໃນການຄວ້າແຊ໊ມລະດູການນີ້.
ຈາກຜົນງານດັ່ງກ່າວເຮັດໃຫ້ ອາເຊນອລ ຕັດສິນໃຈມອບສັນຍາໄລຍະຍາວໃຫ້ກັບ ນັກເຕະ ເຖິງວ່າ ແຣມເດລ ຈະຍັງເຫລືອສັນຍາກັບທີມອີກ 2 ປີ ແລະ ມີຕົວເລືອກຂະຫຍາຍເພີ່ມອີກ 1 ປີກໍຕາມ ໂດຍ ແຣມເດລ ລົງເຝົ້າເສົາໃຫ້ ອາເຊນອລ ໄປແລ້ວ 76 ນັດ ລວມທຸກລາຍການ.