ຮອງປະທານທະນາຄານກາງອາເມລິກາຢືນຢັນວ່າປີນີ້ອາດຈະຂຶ້ນດອກເບ້ຍອີກສອງເທື່ອ
March 30, 2017 - 5:41 PM


ໂອກາດໃຫ້ສຳພາດຕໍ່ນັກຂ່າວໃນວັນດັ່ງກ່າວ, ທ່ານ ຟີເຊີ ກ່າວວ່າ: FED ກຳລັງຕິດຕາມການຫາລືນະໂຍບາຍການ ເງິນທີ່ກ່ຽວຂ້ອງຢ່າງໃກ້ຊິດ ແລະ ປັດຈຸບັນ, ຖືວ່າເປັນການກະທຳທີ່ສະຫຼາດດ້ວຍການຕິດຕາມການຫຼຸດພາສີຢ່າງຫຼວງຫຼາຍ ແລະ ແຜນການລົງທຶນໃສ່ພື້ນຖານໂຄງລ່າງຂອງລັດຖະບານ ທຣຳ. ແນວໃດກໍດີ, ຕົນກໍເປັນຫ່ວງຕໍ່ ລັດທິປົກປ້ອງການຄ້າຮຸນແຮງຂຶ້ນ ທັງກ່າວວ່າ: ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ, ການຂະຫຍາຍຕົວ ຂອງເສດຖະກິດອາເມລິກາ ແລະ ປະເທດອື່ນໆໃນໂລກລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຂະບວນການໂລກາພິ ວັດ.
ປີນີ້, ອົງການ FED ໄດ້ຂຶ້ນດອກເບັ້ຍຄັ້ງທຳອິດໃນວັນທີ 15 ມີນານີ້ ແລະ ກໍເປັນເທື່ອທີສອງໃນໄລຍະ 3 ເດືອນຜ່ານມາ.