ເທນ ຮາກ ກຽມປ່ອຍ 13 ນັກເຕະແມນຢູ ອອກຈາກທີມຕະຫລາດລະດູການນີ້




ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ກຽມປ່ອຍນັກເຕະຂອງທີມອອກຈາກທີມຢ່າງຫນ້ອຍ 13 ລາຍຊື່ ໃນຕະຫລາດລະດູການນີ້ເພື່ອຫວັງໄດ້ທຶນມາເສີມທີມນັກເຕະເພີ່ມ.
ກ່ອນໜ້ານີ້ມີລາຍງານວ່າ ເທນ ຮາກ ຕ້ອງການເສີມນັກເຕະໃຫມ່ໃຫ້ ແມນຢູ ເກືອບທຸກຕຳແໜ່ງສຳລັບຕະຫລາດລະດູການນີ້ທັງ ຜູ້ຮັກສາປະຕູ, ກອງຫລັງ, ກອງກາງ ແລະ ກອງໜ້າຕົວເປົ້າ ໂດຍສະເພາະກັບຕຳແໜ່ງກອງຫນ້າ ເຊິ່ງເປັນເປົ້າຫມາຍຫລັກເຊິ່ງພວກເຂົາເລັງໄປທີ່ ແຮຣີ ເຄນ ດາວຍິງຂອງ ທັອດແນມ ຮັອດສະເປີ.
ເຮັດໃຫ້ເຊື່ອວ່າ ແມນຢູ ຕ້ອງການງົບຈຳນວນມະຫາສານສຳລັບການຜ່າຕັດທີມໃນຕະຫລາດໜ້າຮ້ອນ ເຊິ່ງຫລ້າສຸດ ສຳນັກຂ່າວທ້ອງຖິ່ນ Manchester Evening ເປີດເຜີຍວ່າ ເທນ ຮາກ ກຽມປ່ອຍນັກເຕະອອກຈາກທີມຢ່າງຫນ້ອຍ 13 ຄົນ ລວມເຖິງນັກເຕະທີ່ພວມຈະຫມົດສັນຍາກັບທີມຈຳນວນ 5 ຄົນ ນຳໂດຍ ຟິລ ໂຈນ ແລະ ອັກເຊລ ຕວນເຊເບ ເປັນຕົ້ນ.
ລວມເຖິງນັກເຕະທີ່ບໍ່ຢູ່ໃນແຜນການສ້າງທີມເຊິ່ງສ່ວນນີ້ເປັນການລະດົມທຶນສຳລັບການເສີມນັກເຕະໃຫມ່ເຊິ່ງມີ ອອງໂຕນີ ມາກຊີຢາລ, ແຮຣີ ແມັກໄກວ, ອັນໂທນີ ອີລັງກາ, ດອນນີ ຟານ ເດີ ເບັກ, ແບຣນດອນ ວິລລຽມ, ເອຣິກ ໄບຢີ, ອາເລັກ ເຕລລິສ ແລະ ອາຣອນ ວານ-ບິສຊາກາ ເປັນຕົ້ນ.
ທັງນີ້ ແມນຢູ ຄາດວ່າການປ່ອຍນັກເຕະຊຸດໃຫຍ່ຂອງທີມດັ່ງກ່າວຈະຊ່ວຍເພີ່ມງົບໃນການເສີມທີມໃຫ້ໄດ້ຈຳນວນ 100 ລ້ານປອນ.