ກວາດີໂອລາ ປະກາດຕອນນີ້ ແມນຊິຕີ ມີໂອກາດຫລາຍກວາດ 3 ແຊ໊ມ




ເປບ ກວາດີໂອລາ ສະແດງຊັດເຈນ ແມນເຊສເຕີ ຊິຕີ ສາມາດຫວັງເຖິງການຄວ້າ 3 ແຊ໊ມໃນລະດູການດຽວ ຫລັງຜ່ານເຂົ້າຮອບຊີງຊະນະເລີດຢູຟາ ແຊ໊ມປຽນ ລີກ ເປັນທີ່ຮຽບຮ້ອຍ.
ໃນເກມແຊ໊ມປຽນ ລີກ ຮອບຮອງຊະນະເລີດ ນັດທີສອງ ເມື່ອວັນທີ 17 ພຶດສະພາ ແມນເຊສເຕີ ຊິຕີ ເປີດບ້ານຖະຫລົ່ມ ຣຽວ ມາດຣິດ ທີມແຊ໊ມເກ່ົາຈາກສະເປນ 4-0 ເຊິ່ງເຮັດໃຫ້ ແມນຊິຕີ ຄວ້າໄຊປະຕູລວມ 5-1 ຜ່ານເຂ້າໄປຊີງຊະນະເລີດ ອິນເຕີ ມິລານ ຈາກອິຕາລີ.
ຂະນະທີ່ສະຖານະການໃນພຣີເມຍລີກ ແມນຊິຕີ ກໍຂຶ້ນເປັນຜູ້ນຳ ໂດຍມີຄະແນນເຫນືອອາເຊນອລ ທີມຮອງ 4 ຄະແນນ ແຖມຍັງແຂ່ງຂັນຫນ້ອຍກວ່າ 1 ນັດ ສ່ວນເອຟເອ ຄັບ ກໍຖ້າເຕະເກມຊີງຊະນະເລີດກັບແມນເຊສເຕີ ຢູໄນເຕັດ ວັນທີ 3 ມິຖຸນາ.
ກວາດີໂອລາ ກ່າວວ່າ : “ ໃນພຣີເມຍລີກນັ້ນ ເຮົາໃກ້ຈະຄວ້າແຊ໊ມແລ້ວ ນອກຈາກນັ້ນເຮົາມີນັດຊີງຊະນະເລີດກັບ ແມນເຊສເຕີ ຢູໄນເຕັດ ແລະ ກັບ ອິນເຕີ ມິລານ ເຮົາມີໂອກາດ ແລະ ແນ່ນອນວ່າ ເຮົາຈະພະຍາຍາມ ເຮົາສາມາດຄິດ ແລະ ຈິນຕະນາການເຖິງການຄວ້າ 3 ແຊ໊ມໄດ້ ”.