ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII

ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII - 347556014 2179233819133814 876125305891740228 n - ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII
ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII - kitchen vibe - ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII
ກອງປະຊຸມຄົບຄະນະເປີດກ້ວາງກາງສະໄໝຂອງຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII ໄຂຂຶ້ນໃນວັນທີ 17 ພຶດສະພາ 2023 ພາຍໃຕ້ການເປັນປະທານຊີ້ນຳຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ,ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ,ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,ຮອງຫົວໜ້າຫ້ອງວ່າການສູນກາງພັກ,ບັນດາສະຫາຍຮອງເລຂາພັກແຂວງ,ຄະນະປະຈຳພັກແຂວງ, ກຳມະການພັກແຂວງ,ເວົ້າລວມສະຫາຍໃນຄະນະບໍລິຫານງານພັກແຂວງ,ເລຂາ ແລະ ຄະນະບໍລິຫານງານພັກນະຄອນ, ເມືອງ,ຄະນະພັກຮາກຖານພະແນກການ,ກົມກອງອອມຂ້າງແຂວງເຂົ້າຮ່ວມ.
ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມເປີດກວ້າງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໃນວາລະທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ຊື່ງແມ່ນການປະຕິບັດຫລັກການລະບອບ, ວິທີນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ ເພື່ອປັບ ປຸງ, ກໍ່ສ້າງຕົນເອງ ແນ່ໃສ່ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກເຮົາ, ກອງປະຊຸມຈະດໍາເນີນເປັນວັນເວລາ 2 ວັນ ແຕ່ວັນທີ 17-18 ພຶດ ສະພາ 2023 ເຊິ່ງຈຸດປະສົງຂອງກອງປະຊຸມແມ່ນເລັ່ງໃສ່ພ້ອມກັນ ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຕິດພັນກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ສະຫລູບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝຜ່ານມາ ຕິດພັນກັບການຜັນຂະຫຍາຍ, ຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, 2 ວາລະຂອງແຂວງຕາມເນື້ອໃນວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ.
ໃນໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ໃນນາມຕາງໜ້າຄະນະບໍລິຫານງານພັກແຂວງ ຂໍສະແດງຄວາມຂໍ່ານັບຊົມເຊີຍຕໍ່ການເປັນກຽດເຂົ້າຮ່ວມ ເປັນປະທານ ຊີ້ນໍາກອງປະຊຸມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ຜູ້ຊີ້ນໍາແຂວງຈໍາປາສັກກອງປະຊຸມເປີດກວ້າງໃນຄັ້ງນີ້ ນອກ ຈາກທີ່ຈະໄດ້ຮັບຟັງການຜ່ານເນື້ອໃນຂອງ 2 ຮ່າງເອກະສານນີ້ແລ້ວ, ກອງປະຊຸມຈະໄດ້ຮັບຟັງຄໍາເຫັນຊີ້ນໍາເຈາະຈິ້ມຈາກສະຫາຍປະທານກອງປະຊຸມທີ່ຈະໄດ້ລົງເລິກຕໍ່ຮ່າງບົດສະຫລູບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ VIII ອົງຄະນະພັກແຂວງ ກາງສະໄໝ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ,ວາລະຂອງແຂວງ ເພື່ອເປັນບ່ອນອີງໃຫ້ແກ່ບັນດາສະຫາຍ ທີ່ຈະໄດ້ປະກອບຄໍາເຫັນ ຕາມຫົວຂໍ້ ທີ່ກໍານົດໄວ້ ໃນວາລະກອງປະຊຸມ. ພ້ອມນັ້ນ ພວກເຮົາ ຈະໄດ້ພ້ອມກັນລົງເລິກຄົ້ນຄວ້າ, ວິເຄາະ, ວິໄຈ, ຜົນສໍາເລັດໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ,ໄຈ້ແຍກ ບັນດາຂໍ້ຄົງຄ້າງ, ສາເຫດ ແລະ ບັນຫາພ້ອມທັງບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນປັບປຸງແກ້ໄຂ ແຕ່ນີ້ຮອດທ້າຍສະໄໝ ລວມທັງຄາດໝາຍຕ່າງໆ ເພື່ອກໍານົດວິທີການ, ມາດຕະການ ໃນການສືບຕໍ່ນໍາພາ-ຊີ້ນໍາຂັບເຄື່ອນ ເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີຜົນສໍາເລັດທີ່ປະ ສິດທິພາບ ແລະ ປະສິດທິຜົນ.
ຈາກນັ້ນໃນວາລະກອງປະຊຸມ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກໃນໄລຍະກາງສະໄໝຜ່ານມາ ແລະ ທິດທາງນຳພາປະຕິບັດຄາດ ໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ,ສະຫາຍ ສົມບູນ ເຮຶອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມໃນໄລຍະກາງສະໄໝຜ່ານມາ ຕິດພັນກັບການຈັດຕັ້ງ ຜັນຂະຫຍາຍ ແລະ ປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງ ແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ.,ກອງປະຊຸມຍັງມີການລາຍງານ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ,ທິດທາງຈຸດສຸມວຽກງານຕ່າງໆທີ່ສຳຄັນຕື່ມອີກ ເຊັ່ນວຽກງານການເມືອງນຳພາແນວຄິດ,ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ,ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ອື່ນໆ.
อาจเป็นรูปภาพของ ข้อความ ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII - 347098417 1034219944630007 8153760042919619074 n - ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII
ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII - 3 - ແຂວງຈຳປາສັກ ດຳເນິນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!