ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ

ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ - Untitled 1 7 - ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ
ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ - kitchen vibe - ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ

ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ - Untitled 1 7 - ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ

ແຟນແມນຢູຈະຕ້ອງດີໃຈກັນແດ່ ເມື່ອສື່ອິຕາລີລາຍງານຂ່າວວ່າ ແມນເຊສເຕີ ຢູໄນເຕັດ ສາມາດຕົກລົງສັນຍາສ່ວນຕົວກັບ ຄິມ ມິນ ແຈ ກອງຫລັງ ສ.ເກົາຫລີ ຂອງສະໂມສອນ ນາໂປລີ ທີມແຊ໊ມກັລໂຊ ເຊເຣຍ ອາ ລະດູການນີ້ ໄດ້ເປັນທີ່ຮຽບຮ້ອຍແລ້ວ ເຫລືອແຕ່ຂັ້ນຕອນທີ່ຍັງບໍ່ລຸລ່ວງພຽງເລື່ອງຄ່າຕົວນັກເຕະເທົ່ານັ້ນ.

ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ - Visit Laos Visit SALANA BOUTIQUE HOTEL - ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ

ອິລ ມັດຕິໂນ ລະບຸວ່າ : ແມນເຊສເຕີ ຢູໄນເຕັດ ຍື່ນສັນຍາສ່ວນຕົວໃຫ້ ຄິມ ມິນ ແຈ ແລະ ໂຕແທນຮັບໄປພິຈາລະນາແລ້ວ ແລະ ທາງຝັ່ງນັກເຕະກໍຕອບຮັບດ້ວຍດີ ເປີດໂອກາດເຕັມທີ່ໃນການຍ້າຍສູ່ ໂອລ ແທຣ໊ຟຟອດ ໃນໄລຍະເປີດຕະຫລາດລະດູການນີ້.

ສ່ວນຄ່າຕົວຂອງກອງຫລັງພະລັງໂສມອາຍຸ 26 ປີ ຈະບໍ່ໄດ້ສູງຫລາຍ ໂດຍ ແມນຢູ ສາມາດ ຈ່າຍເງິນ 60 ລ້ານຢູໂຣ ຕາມຕົວເລືອກຄ່າຊື້ສັນຍາທີ່ນັກເຕະເຮັດໄວ້ກັບ ນາໂປລີ ໄດ້ເລີຍ ແຕ່ເງື່ອນໄຂນີ້ຈະມີຜົນບັງຄັບໃຊ້ໃນໄລຍະ 2 ອາທິດທຳອິດຂອງເດືອນກໍລະກົດເທົ່ານັ້ນ.

ແນວໃດກໍຕາມ ຫາກການຊື້ຂາຍນີ້ເກີດຂຶ້ນແທ້ ກໍຈະເຮັດໃຫ້ ນາໂປລີ ໄດ້ກຳໄລເຖິງ 40 ລ້ານຢູໂຣ ຈາກລາຄາຊື້ ຄິມ ມິນ ແຈ ເຂົ້າຮ່ວມທີມທີ 18 ລ້ານຢູໂຣ.

ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ - 5 - ສື່ລາຍງານ ແມນຢູ ຕົກລົງສັນຍາສັນຍາກັບ ກອງຫລັງ ນາໂປລີ ໄດ້ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!