ຊາດີໂອ ມາເນ ໃກ້ອຳລາ ບາເຢິນ ມິວນິກ ຫລັງຢູ່ກັບທີມພຽງ 1 ລະດູການ




ສື່ລາຍງານວ່າ ຊາດີໂອ ມາເນ ກອງໜ້າທີມຊາດເຊເນກັລ ກຽມຍ້າຍອອກຈາກ ບາເຢິນ ມິວນິກ ໃນລະດູການນີ້ ຫລັງຢູ່ກັບທີມໄດ້ພຽງ 1 ລະດູການເທົ່ານັ້ນ.
ສຳລັບ ມາເນ ຍ້າຍຈາກ ລີເວີພູລ ມາຢູ່ກັບ ບາເຢິນ ໃນລະດູການນີ້ ແນວໃດກໍຕາມລາວພັດບໍ່ສາມາດງັດຜົນງານເກ່ັງອອກມາໄດ້ ລວມເຖິງການທີ່ພົບບັນຫາອາການບາດເຈັບລົບກວນຈົນຕ້ອງໃຊ້ເວລາສ່ວນຫາຍຢູ່ເທິງຕັ່ງນັ່ງສຳຮອງ.
ນອກຈາກນັ້ນແລ້ວດາວເຕະອາຍຸ 31 ປີລາຍນີ້ ຍັງກໍ່ບັນຫານອກສະໜາມດ້ວຍການໄປຊົກໜ້າຂອງ ເລີຣອຍ ຊາເນ ຫມູ່ຮ່ວມສັງກັດຈົນສົ່ງຜົນໃຫ້ລາວຖືກປັບ ແະ ຫລາຍຄົນເບິ່ງວ່າອະນາຄົດຂອງລາວກັບທີມ ບາເຢິນ ມິວນິກ ພາຍໃຕ້ການຄຸມທີມຂອງ ໂທມັສ ທູເຄິລ ນັ້ນເກືອບຈະຈົບລົງແລ້ວ.
ຈົນຫລ້າສຸດ ສະກາຍສະປອດ ເປີດເຜີຍວ່າ ມາເນ ມີທ່າອ່ຽງທີ່ຈະຍ້າຍອອກຈາກຕົ້ນສັງກັດ ຫລັງຢູ່ກັບທີມພຽງ 1 ລະດູການ ໂດຍການກັບສູ່ພຣີເມຍລີກອີກຄັ້ງຫນຶ່ງ ຄືທາງເລືອກທີ່ເປັນໄປໄດ້ຫລາຍທີ່ສຸດຂອງລາວ.
ນອກຈາກນັ້ນແລ້ວ ເຊົາ ຄັນເຊໂລ ຄືນັກເຕະອີກຫນຶ່ງຄົນທີ່ຈະບໍ່ໄດ້ຢູ່ກັບທີມຕໍ່ ຫລັງຍ້າຍມາຈາກ ແມນເຊສເຕີ ຊິຕີ ແບບຢືມຕົວເມື່ອຕະຫລາດໜ້າໜາວທີ່ຜ່ານມາ.