ໄຕມາດທຳອິດ ປະຊາກອນ ມາເລເຊຍ ເພີ່ມຂຶ້ນເຖິງ 33,2 ລ້ານຄົນ
May 14, 2023 - 11:09 AM


ສຳນັກຂ່າວຊິນຮວາ ລາຍງານ, ວັນທີ 11 ພຶດສະພາ 2023 ຜ່ານມາ, ສຳນັກງານ ສະຖິຕິແຫ່ງຊາດມາເລເຊຍລາຍງານວ່າ: ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ), ຍອດຈຳນວນປະຊາກອນ ຂອງປະເທດນີ້ ລວມມີປະມານ 33,2 ລ້ານຄົນ, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ ປີກາຍຜ່ານມາ. ໃນນັ້ນ ແບ່ງເປັນ ພົນລະເມືອງ ລວມມີ 30,4 ລ້ານຄົນ (91,7%) ແລະ ຜູ້ທີ່ບໍ່ແມ່ນ ພົນລະເມືອງ 2,8 ລ້ານຄົນ (8,3%).
ບົດລາຍງານ ລະບຸວ່າ: ການເພີ່ມຂຶ້ນ ຂອງ ປະຊາກອນ ທັງໝົດ ເປັນຜົນມາຈາກ ການເພີ່ມຂຶ້ນ ເຊີງບວກ ຕາມທຳມະຊາດ ຂອງ ພົນລະເມືອງ, ປະກອບດ້ວຍ ຈຳນວນປະຊາກອນ ທີ່ບໍ່ແມ່ນ ພົນລະເມືອງ ກໍເພີ່ມສູງຂຶ້ນ, ໂດຍສະເພາະ ເພດຊາຍ ເພີ່ມຂຶ້ນຈາກ 17,1 ລ້ານຄົນເປັນ 17,5 ລ້ານຄົນ .