ໜັງສືພິມວິຈານລັດຖະບານກົວເຕມາລາ “ປິດກິດຈະການ” ທ່າມກາງແຮງກົດດັນ


ໜັງສືພິມທາງສືບສວນ-ສອບສວນ ເຈາະເລິກການສໍ້ລາດບັງຫລວງພາຍໃນລັດຖະບານກົວເຕມາລາ ປິດກິດຈະການ “ຫລັງຖືກກົດດັນຮອບດ້ານ”.
ວັນທີ 13 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເອລ ເປຣິໂອດິໂກ ໜັງສືພິມຂອງກົວເຕມາລາ ເຊິ່ງເນັ້ນນໍາສະເໜີຂ່າວທາງສືບສວນ-ສອບສວນ ແລະ ເຜີຍແຜ່ການສໍ້ລາດບັງຫລວງຂອງລັດ ປະກາດຢຸດການນໍາສະເໜີຂ່າວຜ່ານທຸກຊ່ອງທາງນັບແຕ່ວັນທີ 15 ພຶດສະພານີ້ ຫລັງດໍາເນີນກິດຈະມາມາ 27 ປີ ໂດຍໃຫ້ເຫດຜົນກ່ຽວກັບ “ແຮງກົດດັນທາງເສດຖະກິດ ແລະ ການຟ້ອງຮ້ອງຄະດີອາຍາ”.
ທັງນີ້, ທ່ານ ໂຮເຊ ຣູເບນ ຊາໂມຣາ ຜູ້ສ້າງຕັ້ງ ເອລ ເປຣິໂອດິໂກ ເຊິ່ງເປັນໜຶ່ງໃນນັກຂ່າວອາວຸໂສຂອງກົວເຕມາລາ ແລະ ໄດ້ຮັບລາງວັນຈໍານວນຫລາຍຈາກຕ່າງປະເທດ ຖືກຈັບໃນປີຜ່ານມາ ໃນຂໍ້ຫາຟອກເງິນ ແລະ ການຂົ່ມຂູ່ເອົາເງິນຜູ້ອື່ນ. ຕໍ່ຈາກນັ້ນ ເອລ ເປຣິໂອດິໂກ ຢຸດການພິມໃນເດືອນພຶດສະພາປີຜ່ານມາ ແລະ ສານປະກາດໃນເດືອນມີນາຜ່ານມາ ສອບສວນທ່ານ ຊາໂມຣາ ເພີ່ມອີກ ຂໍ້ຫາຂັດຂວາງຂະບວນການຍຸຕິທໍາ.