ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ

ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ - Untitled 6 - ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ
ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ - kitchen vibe - ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ

ສະຖານະການຢູ່ເຂດກາຊາຍັງຮຸນແຮງ ແລະ ຫ່າງໄກຈາກການຢຸດຍິງຮອບໃໝ່, ເມື່ອອິດສະລາແອນປະຕິບັດການສັງຫານແກນນໍານັກຮົບປາແລັສຕິນເປັນຄົນທີ 6 ພາຍໃນເວລາອາທິດດຽວ.

ວັນທີ 13 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງກໍາລັງປ້ອງກັນອິດສະລາແອນ (IDF) ອອກຖະແຫລງການວ່າ: ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍໃນເຂດກາຊາ ໃນວັນທີ 12 ພຶດສະພາຜ່ານມາ ສາມາດສັງຫານທ່ານ ໄອຍາດ ອັລ-ຮັສຊານີ ແກນນໍາຂອງກອງກໍາລັງປາແລັສຕິນ ອິສລາມິກ ຈີຮັດ (PIJ) ຖືເປັນສະມາຊິກ PIJ ຄົນທີ 6 ທີ່ເສຍຊີວິດຈາກປະຕິບັດການຂອງ IDF ເຊິ່ງເລີ່ມຂຶ້ນໃນວັນທີ 9 ພຶດສະພາຜ່ານມາ.

ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ

ກະຊວງສາທາລະນະສຸກຂອງປາແລັສຕິນ ລາຍງານຈໍານວນຜູ້ເສຍຊີວິດຈາກປະຕິບັດການທາງທະຫານຂອງອິດສະລາແອນໃນຮອບນີ້ ເພີ່ມເປັນຢ່າງໜ້ອຍ 33 ຄົນ ລວມທັງສະມາຊິກ PIJ ຢ່າງໜ້ອຍ 6 ຄົນ ແລະ ເດັກນ້ອຍຢ່າງໜ້ອຍ 6 ຄົນ. ອີກທັງມີຜູ້ໄດ້ຮັບບາດເຈັບອີກຫລາຍກວ່າ 110 ຄົນ.

ຂະນະທີ່ອິດສະລາແອນຢືນຢັນຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ໄດ້ຮັບບາດເຈັບອີກ 5 ຄົນ ເປັນປະຊາຊົນໃນເມືອງເຣໂຮວອດ ເສຍຊີວິດຈາກຈະຫລວດທີ່ມີການຍິງມາຈາກເຂດກາຊາ ໂດຍຈະຫລວດທີ່ຍິງມີຈໍານວນຫລາຍກວ່າ 860 ລູກ ແຕ່ສ່ວນຫລາຍລະບົບປ້ອງກັນໄອເອິນ ໂດມ ສາມາດສະກັດໄວ້ໄດ້ ແລະ ຈະຫລວດອີກບາງສ່ວນຕົກໃນພື້ນທີ່ຫ່າງໄກ.

ທ່ານ ຊາເມ ຊູຄຣີ ລັດຖະມົນຕີການຕ່າງປະເທດເອຢິບ ກ່າວວ່າ: ລັດຖະບານໄຄໂຣຍັງພະຍາຍາມຢ່າງໜັກ ໃນການຫລຸດຜ່ອນສະຖານະການຮຸນແຮງໃນເຂດກາຊາ ດ້ວຍການເຈລະຈາກັບອິດສະລາແອນ ແລະ ກອງກໍາລັງໃນປາແລັສຕິນ.

ເຖິງຢ່າງໃດກໍຕາມ, ການດໍາເນີນງານຂອງລັດຖະບານໄຄໂຣຍັງບໍ່ມີຄວາມຄືບໜ້າ ໂດຍແຫລ່ງຂ່າວໃຫ້ຂໍ້ມູນວ່າ: ໜຶ່ງໃນເງື່ອນໄຂສໍາຄັນຂອງອິດສະລາແອນ ຄື PIJ ຕ້ອງຢຸດການຍິງຈະຫລວດຂ້າມເຂດແດນ, ສ່ວນ PIJ ຕ້ອງການໃຫ້ອິດສະລາແອນຢຸດປະຕິບັດການໂຈມຕີເພື່ອສັງຫານແກນນໍາ ແລະ ມີລາຍງານຈາກ PIJ ວ່າ: ກໍາລັງພິຈາລະນາເນື້ອໃນຂໍ້ຕົກລົງຢຸດຍິງ ເຊິ່ງເອຢິບ “ແກ້ໄຂເນື້ອໃນບາງສ່ວນ”.

ການສູ້ຮົບຄັ້ງນີ້ເກີດຂຶ້ນໃນໄລຍະຄົບຮອບ 2 ປີ ການຕໍ່ສູ້ທີ່ຍາວນານ 2 ອາທິດ ໃນເດືອນພຶດສະພາ 2021 ຂ້າຊີວິດຊາວປາແລັສຕິນຫລາຍກວ່າ 250 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 1.000 ຄົນ, ສ່ວນຢູ່ອິດສະລາແອນມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 110 ຄົນ.

ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ - 3 - ອິດສະລາແອນສັງຫານແກນນໍານັກຮົບປາແລັສຕິນ ຄົນທີ 6 ໃນອາທິດດຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!