ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງປະເທດໄທ ເປີດກອງປະຊຸມທະວິພາກພາຄີປະຈໍາປີ 2023
May 13, 2023 - 3:35 PM


ວັນທີ 11 ພຶດສະພາ 2023 ທີ່ ນະຄອນຫລວງບາງກອກ, ປະເທດໄທ ໄດ້ມີກອງປະຊຸມທະວິພາຄີປະຈໍາປີ 2023 ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງປະເທດໄທ, ຝ່າຍລາວ ຕາງໜ້າໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ຝ່າຍໄທ ຕາງໜ້າໂດຍ ທ່ານ ເສດທະພຸດ ສຸທິວາດນາລືພຸດ, ຜູ້ວ່າການ ທະນາຄານແຫ່ງປະເທດໄທ ພ້ອມດ້ວຍຄະນະກົມຈາກສອງທະນາຄານເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວແມ່ນ ເພື່ອເປັນການສະຫຼຸບໝາກຜົນການຮ່ວມມືຂອງຂະແໜງການເງິນ-ເງິນຕາ ໃນໄລຍະຜ່ານມາ ແລະ ແລກປ່ຽນທັດສະນະໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາສໍາຄັນຕົ້ນຕໍຄື: ສະພາບເສດຖະກິດມະຫາພາກ, ການດຳເນີນນະໂຍບາຍເງິນຕາ, ວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ວຽກງານການເຊື່ອມຕໍ່ລະບົບຊໍາລະຂ້າມແດນ, ວຽກງານຄຸ້ມຄອງທະນາຄານທຸລະກິດ, ການຮ່ວມມືທາງດ້ານວິຊາການ ແລະ ບັນຫາອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.
ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ຄວາມສາມັກຄີ, ການຮ່ວມມືທີ່ດີ ແລະ ສະແດງເຖິງສາຍສໍາພັນຮ່ວມມືມິດຕະພາບແບບບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງຊາດ ລາວ-ໄທ ກໍ່ຄືສອງທະນາຄານກາງພວກເຮົາ ແລະ ສາມາດບັນລຸຜົນສຳເລັດຕາມລະດັບຄາດໝາຍ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະກໍ່ຄື ສອງທະນາຄານກາງໃຫ້ນັບມື້ນັບເພີ່ມທະວີຄວາມສະໜິດແໜ້ນ, ຄວາມສາມັກມິດຕະພາບ ແລະ ການຮ່ວມມືທີ່ເລິກຊຶ່ງຫຼາຍຂຶ້ນກວ່າເກົ່າ.
