ມຽນມາ-ບັງກະລາເທດ ອົບພະຍົບປະຊາຊົນອອກຈາກພື້ນທີ່ສ່ຽງ ຮັບມືພາຍຸ “ໂມຄາ”


ໜ່ວຍງານໃນມຽນມາ ແລະ ບັງກະລາເທດ ອົບພະຍົບປະຊາຊົນຈໍານວນຫລາຍ ອອກຈາກພື້ນທີ່ສ່ຽງເປັນເສັ້ນທາງຜ່ານຂອງພາຍຸ “ໂມຄາ”.
ວັນທີ 13 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OEHA) ອອກລາຍງານກ່ຽວກັບສະຖານະການຂອງພາຍຸໂມຄາ ວ່າເປັນພາຍຸຫົວທໍາອິດທີ່ຈະຂຶ້ນຝັ່ງມຽນມາ ໃນລະດູມໍລະສຸມນີ້, ປະຊາຊົນປະມານ 6 ລ້ານຄົນ ອາໄສຢູ່ໃນເສັ້ນທາງຜ່ານຂອງພາຍຸ ໃນລັດຍະໄຂ່, ລັດຊິນ, ພາກພື້ນມະເກວ ແລະ ພາກພື້ນສະກາຍ ເຊິ່ງລ້ວນເປັນພື້ນທີ່ຕ້ອງໄດ້ຮັບການສະໜັບສະໜູນດ້ານມະນຸດສະທໍາຈາກຫລາຍຝ່າຍເປັນທຶນຢູ່ແລ້ວ.
ຂະນະທີ່ສະເພາະຢູ່ລັດຍະໄຂ່ ປະຊາຊົນຫລາຍກວ່າ 230.000 ຄົນ ອາໄສຢູ່ພື້ນທີ່ລຸ່ມຕໍ່າ ເຊິ່ງເປັນແນວພື້ນທີ່ສ່ຽງໄດ້ຮັບອັນຕະລາຍຈາກຄື້ນພາຍຸພັດຂຶ້ນຝັ່ງ ເຊິ່ງມີການຄາດຄະເນວ່າ ອາດມີຄວາມສູງເຖິງ 4 ແມັດ ເຖິງວ່າມີລາຍງານວ່າ: ລັດຖະບານມຽນມາອົບພະຍົບປະຊາຊົນຕາມພື້ນທີ່ສ່ຽງ, ແຕ່ຍັງບໍ່ແນ່ນອນວ່າ ມີການອົບພະຍົບແລ້ວຈໍານວນເທົ່າໃດ.
ທັງນີ້, ພາຍຸໂມຄາມີທ່າອ່ຽງຂຶ້ນຝັ່ງໃນວັນທີ 14 ພຶດສະພານີ້ ລະຫວ່າງເມືອງຄ໊ອກ ບາຊາ ທາງຕາເວັນອອກສຽງໃຕ້ຂອງບັງກະລາເທດ ກັບເມືອງຊິດເວ ເມືອງເອກຂອງລັດຍະໄຂ່ ທີ່ຢູ່ທາງຕາເວັນຕົກຂອງມຽນມາ.
ສ່ວນລັດຖະບານບັງກະລາເທດອົບພະຍົບຊາວໂຣຮີນຈາເຊິ່ງອາໄສຢູ່ “ພື້ນທີ່ສ່ຽງ” ທ່າມກາງຄວາມກັງວົນຂອງທຸກຝ່າຍທີ່ກ່ຽວຂ້ອງ ວ່າອິດທິພົນຂອງພາຍຸໂມຄາອາດຮຸນແຮງກວ່າຄັ້ງພາຍຸຊິດພັດເຂົ້າ ໃນເດືອນພຶດສະພາ 2007 ຂ້າຊີວິດປະຊາຊົນຫລາຍກວ່າ 3.000 ຄົນ.