ທະນາຄານກາງ ອັງກິດ ເລັ່ງປັບຂຶ້ນອັດຕາດອກເບ້ຍ ເປັນຄັ້ງທີ 12
May 13, 2023 - 3:20 PM


ຂ່າວ ລອນດອນ ຂອງອັງກິດລາຍງານວັນທີ 11 ພືດສະພາ 2023 ຜ່ານມາ, ທະນາຄານກາງ ອັງກິດ ຫລື ບີໂອອີ (BoE) ຈະປະກາດຜົນ ໃນກອງປະຊຸມ ນະໂຍບາຍ ຄັ້ງຫລ້າສຸດ ຄາດວ່າ ຈະປັບຂຶ້ນ ອັດຕາດອກເບ້ຍ ເປັນຄັ້ງທີ 12 ຕິດຕໍ່ກັນ ເພື່ອຄວບຄຸມ ອັດຕາເງິນເຟີ້ສູງ ແລະ ອາດຈະເກີດຄວາມສ່ຽງ ເຮັດໃຫ້ເກີດວິກິດ ຄ່າຄອງຊີບ ຢ່າງຮ້າຍແຮງ. ໂດຍ ຄະນະກຳມະການ ນະໂຍບາຍຂອງ ບີໂອອີ ຈະປັບຂຶ້ນ ອັດຕາດອກເບ້ຍ ນະໂຍບາຍອີກ 0,25% ເປັນ 4,5% ຕາມທະນາຄານກາງ ເອີຣົບ ແລະ ທະນາຄານກາງ ສ.ອາເມລິກາ ຫລື ເຟດ (Fed) ທີ່ປັບຂຶ້ນ ອັດຕາ ດອກເບ້ຍ 0,25% ເມື່ອອາທິດຜ່ານມາ.
ບັນດາ ນັກວິເຄາະ ເຊື່ອກັນວ່າ ບີໂອອີ ຈະຕ້ອງປັບຂຶ້ນ ອັດຕາດອກເບ້ຍ ໄປຈົນເຖິງ 5% ຈຶ່ງ ສາມາດ ຄວບຄຸມ ອັດຕາເງິນເຟີ້ໄດ້. ອັງກິດ ເປັນປະເທດດຽວ ໃນກຸ່ມປະເທດ ອຸດສາຫະກຳ ຊັ້ນນຳ 7 ປະເທດ ຫລື ຈີ 7 (G7) ທີ່ມີ ອັດຕາເງິນເຟີ້ ໃນລະດັບ 10% ເມື່ອເດືອນມີນາ ເຮັດໃຫ້ເກີດ ວິກິດການ ຄ່າຄອງຊີບ, ປະຊາຊົນ ຈຳນວນ ຫລວງຫລາຍ ກາຍເປັນ ຄົນທຸກຍາກ ແລະ ມີການນັດຢຸດວຽກງານ ໃນຂົງເຂດຕ່າງໆ ແລະ ອື່ນໆ.
