ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ

ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ - Untitled 1 6 - ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ
ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ - kitchen vibe - ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ

ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ - Untitled 1 6 - ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ສະໂມສອນດັງແຫ່ງພຣີເມຍ ລີກ ຍັງຄົງຊອກຫາຜູ້ຮກສາປະຕູຄົນໃຫມ່ຢ່າງຕໍ່ເນື່ອງ ແລະ ຫລ້າສຸດພວມໃຫ້ຄວາມສົນໃຈທີ່ຈະຄວ້າ ຈໍແດນ ພິກຟອດ ຜູ້ຮັກສາປະຕູທີມຊາດອັງກິດ ຂອງ ເອຟເວີຕັນ ໄປເຝົ້າເສົາຫລັງຈົບລະດູການນີ້.

ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ - Visit Laos Visit SALANA BOUTIQUE HOTEL - ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ

ລາຍງານຂ່າວລະບຸວ່າ ເທນ ຮາກ ຢາກໄດ້ ຜູ້ຮັກສາປະຕູຄົນໃຫມ່ເຂົ້າມາຮ່ວມທີມເພື່ອກົດດັນຕຳແໜ່ງ ຂອງ ດາບິດ ເດ ເຄອາ ມືກາວຊາວສະເປນທີ່ກໍ່ຄວາມຜິດພາດຢູ່ຕໍ່ເນື່ອງ ໂດຍເບິ່ງວ່າ ພິກຟອດ ມີຄຸນສົມບັດຄົບຖ້ວນທີ່ຈະເຂົ້າມາທ້າທາຍຕຳແໜ່ງມື 1 ຂອງ ແມນຢູ.

ໃນລະດູການນີ້ ເຖິງວ່າ ເອເວີຕັນ ຈະຕ້ອງດິ້ນຮົນໜີຕົກຊັ້ນຢ່າງຫນັກ ແຕ່ຜົນງານສ່ວນຕົວຂອງ ພິກຟອດ ໜ້າປະທັບໃຈຢ່າງຫລາຍ ຫລັງຈາກຊ່ວຍທີມປ້ອງກັນປະຕູໃນຈັງຫວະສຳຄັນຫລາຍຄັ້ງ ແລະ ສາມາດເກັບໄດ້ເຖິງ 7 ຄລິນຊິດ.

ຂະນະດຽວກັນ ພິກຟອດ ຍັງຍຶດຕຳແໜ່ງຜູ້ຮັກສາປະຕູມື 1 ຂອງທີມຊາດອັງກິດມາຢ່າງຍາວນານ ໂດຍລົງເຝົ້າເສົາໃຫ້ທີມຊາດອັງກິດໄປແລ້ວເຖິງ 52 ເກມ ເຊິ່ງປະສົບການຂອງນັກເຕະອາຍຸ 29 ປີມີຫລາຍພຽງພໍທີ່ຈະຫລິ້ນໃນເວທີໃຫຍ່ໃຫ້ກັບ ແມນເຊສເຕີ ຢູໄນເຕັດ ໄດ້ແບບສະບາຍ.

ແນວໃດກໍຕາມ ພິກຟອດ ຍັງມີສັນຍາກັບ ເອຟເວີຕັນ ຈົນເຖິງປີ 2027 ແລະ ຖືກຕັ້ງຄ່າຕົວໄວ້ສູງເຖິງ 40 ລ້ານປອນ.

ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ - 3 - ແມນຢູ ລ໊ອກເປົ້າກຽມ ດຶງ ພິກຟອດ ຢືນມື 1 ແທນ ເດເຄອາ ລະດູການໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!