ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - 346448149 742242924311334 8118889093510469636 n - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - kitchen vibe - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ, ໃນວັນທີ 10-11 ພຶດສະພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບບັນດາຜູ້ນຳປະເທດເພື່ອນມິດອາຊຽນ ຄື: ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ປະທານາທິບໍດີ ແຫ່ງ ສ ຟິລິບປິນ, ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ກັບ ບັນດາປະເທດເພື່ອນມິດອາຊຽນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.
ໃນການພົບປະກັບ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສອງຝ່າຍ ໄດ້ຕີລາຄາສງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນຢ່າງຕໍ່ເນື່ອງ. ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫລາຍໂຄງການຊ່ວຍເຫລືອລ້າຈາກລັດຖະບານຫວຽດນາມ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ. ພ້ອມນີ້, ສອງຝ່າຍ ກໍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໂຄງການສະໜາມບິນໜອງຄ້າງ ແລະ ໂຄງການໂຮງໝໍມິດຕະພາບແຂວງຊຽງຂວາງ ແມ່ນໄດ້ສຳເລັດການກໍ່ສ້າງ ແລະ ກຳລັງຢູ່ໃນຂັ້ນຕອນການຈັດພິທີມອບ-ຮັບ ໃນມໍ່ໆນີ້; ສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ເປັນຕົ້ນ ໂຄງການທ່າທຽບເຮືອຫວຸງອາງ, ໂຄງການພະລັງງານໄຟຟ້າເຊຂະໝານ 3, ໂຄງການບໍ່ເກືອກາລີ ແຂວງຄຳມ່ວນ ແລະ ອື່ນໆ. ນອກນີ້, ສອງຝ່າຍ ຍິນດີສືບຕໍ່ໃຫ້ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໃນນັ້ນ ຝ່າຍຫວຽດນາມ ຍິນດີໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
อาจเป็นรูปภาพของ 4 คน และ ข้อความพูดว่า "ASEAN 2023 INDONESIA" ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - 346613699 944859113219032 4367297779413262634 n - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
ໃນການພົບປະກັບ ທ່ານ ເຟີດີນານ ໂຣມອນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສ ຟິລິບປິນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ລະຫວ່າງ ລາວ-ຟິລິບປິນ ທີ່ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ພ້ອມນີ້ ກໍເຫັນດີສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ; ເຫັນດີຊຸກຍູ້ການຈັດຕັ້ງປະຕິບັດການຮ່ວມມື ໂດຍຜ່ານກົນໄກຮ່ວມມື JCBC, ເຊິ່ງເປັນກົນໄກຫລັກຂອງການຮ່ວມມືສອງຝ່າຍ ແລະ ເປັນສ່ວນສຳຄັນໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເຊິ່ງປັດຈຸບັນ ສອງກະຊວງການຕ່າງປະເທດ ກຳລັງກະກຽມການຈັດກອງປະຊຸມກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ-ສ ຟິລິບປິນ JCBC ຄັ້ງທີ 2 ໃນປີ 2023 ນີ້. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ ແລະ ການລົງທຶນຂອງ ຟິລິບປິນ ຢູ່ ສປປ ລາວ ສາມາດບັນລຸໄດ້ 14.461.000 ໂດລາສະຫະລັດ, ເຊິ່ງມີທ່າອ່ຽງ ຂະຫຍາຍຕົວຕໍ່ເນື່ອງໃນຊຸມປີຜ່ານມາ. ໃນນັ້ນ, ຝ່າຍຟິລິບປິນ ຍິນດີສືບຕໍ່ຊຸກຍູ້ລະດົມນັກລົງທຶນຂອງຕົນ ເພື່ອສຶກສາຊ່ອງທາງຄວາມເປັນໄປໄດ້ໃນການລົງທຶນໃນຂະແໜງການຕ່າງໆ ທີ່ມີທ່າແຮງຮ່ວມກັນ ເພື່ອແນໃສ່ສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຕື່ມໃນອະນາຄົດ. ພ້ອມດຽວກັນນີ້, ສອງຝ່າຍ ຍັງເຫັນດີຈະສືບຕໍ່ການຮ່ວມມືດ້ານຊັບພະຍາກອນມະນຸດ, ສາທາລະນະສຸກ, ສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາແບບຍື່ນຍົງ, ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຟິລິບປິນ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ຄັ້ງຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫລືອ ສປປ ລາວ ຕື່ມອີກໃນການເປັນປະທານອາຊຽນ ປີ 2024.
อาจเป็นรูปภาพของ 5 คน, แท่นบรรยาย และ ข้อความ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - 346620216 258989576657747 8189556620663717707 n - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
ສຳລັບ ການພົບປະກັບ ທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ, ສອງຝ່າຍ ໄດ້ຕີລາຄາສູງຕໍ່່ການພົວພັນຮ່ວມມືທີ່ດີ ລະຫວາງ ລາວ-ສິງກະໂປ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ຕະຫລອດໄລຍະເກືອບ 5 ທົດສະວັດ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຄ້າສອງຝ່າຍ ແລະ ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ນັບມື້ຂະຫຍາຍຕົວຕໍ່ເນື່ອງ ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານໄຟຟ້າ ກໍຄື ການຊື້-ຂາຍພະລັງງານໄຟຟ້າ ທີ່ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ, ໃນນັ້ນ ຝ່າຍລາວ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ປຶກສາຫາລືກັນ ໃນການເພີ່ມທະວີປະລິມານການຊີ້-ຂາຍ ຂຶ້ນຕື່ມ ຈາກ 100-300 ກິໂລວັດໂມງ (kWh), ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນໝາກຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນີ້, ຝ່າຍ ສິງກະໂປ ໄດ້ເຫັນດີຈະຊຸກຍູ້ບັນດານັກທຸລະກິດຂອງຕົນ ໃຫ້ເຂົາໄປລົງທຶນຢູ່ ສປປ ລາວ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນ ດ້ານພະລັງງານ, ການທ່ອງທ່ຽວ ແລະ ການຂົນສົ່ງທາງບົກ ເພື່ອແນ່ໃສ່ເປັນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ໃນໂອກາດດຽກັນ, ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫລືອດ້ານການພັດທະນາຊັບພະຍາກອນມະນຸດ, ການໃຫ້ທຶນການສຶກສາ, ການຊ່ວຍເຫລືອດ້ານສາທາລະນະສຸກ ໂດຍສະເພາະວຽກງານຕ້ານໂຄວິດ-19 ແລະ ການຊ່ວຍເຫລືອໃນຂອບການຮ່ວມມມືອາຊຽນ ແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ 2024.
อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - 345632688 193806893522387 1007641401943564936 n - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
ໃນການພົບປະກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ລັດຖະບານ ກໍຄື ປະຊາຊົນ ມາເລເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໃນວຽກງານການພັດທະນາຊັບພະຍາກອນມະນຸດຂອງລາວ, ເຊິ່ງນັບແຕ່ປີ 1991 ເປັນຕົ້ນມາ ເຫັນວ່າມີຜູ້ເຂົ້າຮ່ວມຫລັກສູດຝຶກອົບຮົມ ຫລາຍກວ່າ 1.700 ຄົນ ໃນຫລາຍຂະແໜງການ ໂດຍຜ່ານໂຄງການຮ່ວມມືດ້ານເຕັກນິກຂອງມາເລເຊຍ; ລັດຖະບານ ມາເລເຊຍ ຍັງໄດ້ສະໜອງວັກຊິນ ແລະ ອຸປະກອນການແພດແກ່ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ເຊິ່ງໄດ້ຊ່ວຍໃຫ້ ປະຊາຊົນລາວ ສາມາດກັບມາໃຊ້ຊີວິດໄດ້ແບບປົກກະຕິ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ໃນໄລຍະຜ່ານມາ, ເຊິ່ງສາມາດບັນລຸໄດ້ຫລາຍກວ່າ 767 ລ້ານໂດລາສະຫະລັດ ໃນປີ 2023; ມາເລເຊຍ ຍັງຖືກຈັດເປັນອັນດັບ 6 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ສ່ວນການຄ້າສອງຝ່າຍ ມີມູນຄ່າພຽງ 27 ລ້ານໂດລາສະຫະລັດ ໃນປີ 2022 ແລະ ເຫັນດີຈະສືບຕໍ່ສົ່ງເສີມວຽກງານການຄ້າການລົງທຶນ ໂດຍສະເພາະ ພາກບໍລິການໃນການເຊື່ອມໂຍງເຊື່ອມຈອດ ແລະ ການແປຮູບ ເພື່ອເປັນສິນຄ້າສົ່ງອອກ, ການສົ່ງເສີມດ້ານການຜະລິດກະສິກຳ, ການຊື້-ຂາຍພະລັງງານໄຟຟ້າ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.
อาจเป็นรูปภาพของ 2 คน ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - 346475112 1308446836401672 988450101851687100 n - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
ສຳລັບ ການພົບປະກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ຝ່າຍລາວ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາາກ ທ່ານປະທານປະເທດ ທອງລຸນ ສີສຸລິດ ມາຍັງ ສົມເດັດ ຊຸນຕານ ແລະ ເຊື້ອເຊີນດຳເນີນການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ເພື່ອຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ 2 ບົດບັດທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມືດ້ານກະສິກຳ ແລະ ພະລັງງານ ທີ່ໄດ້ລົງນາມກັນໃນປີ 2022 ໃຫ້ເກີດເປັນຮູບປະທຳ ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ລາວ-ບຣູໄນ. ໃນໂອກາດດຽວກັນ, ຝ່າຍລາວ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ 2024, ສປປ ລາວ ພ້ອມຈະເຮັດວຽກຮ່ວມກັນກັບ ຝ່າຍບຣູໄນ ກໍຄື ຜູ້ນຳປະເທດສະມາຊິກອາຊຽນອື່ນໆ ເພື່ອຜົນປະໂຫຍດລວມຂອງຄອບຄົວອາຊຽນ ກໍຄື ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງຍິ່ງຂຶ້ນ.
ພາບຂ່າວ: ກະຊວງການຕ່າງປະເທດ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ - 3 - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພົບປະກັບບັນດາຜູ້ນຳອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!