ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ

ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ - 110619 - ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ
ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ - kitchen vibe - ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາ ປີ 2022 ບັນລຸໄດ້ປະມານ 15.000 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 8.198 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 6.808 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາສະຫະລັດ. ສິນຄ້າທີ່ສົ່ງອອກຫລາຍປະກອບມີ: ໄຟຟ້າ, ຄຳປະສົມ ແລະ ຄໍາແທ່ງ, ເຈ້ຍ, ເຍື່ອໄມ້ ແລະ ເສດເຈ້ຍ, ແຮ່ທອງ… ສິນຄ້າທີ່ນໍາເຂົ້າຫລາຍ ປະກອບມີ: ນໍ້າມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຍື່ອໄມ້ ແລະ ເສດເຈ້ຍ, ວັດຖຸມີຄ່າ…

ສຳລັບສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບໄດ້ແກ່: ​ໄຟຟ້າ ປະມານ 2.358 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 805 ລ້ານໂດລາສະຫະລັດ, ເຈ້ຍ ປະມານ 491 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 360 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 336 ລ້ານໂດລາສະຫະລັດ, ​ຢາງ​ພາ​ລາ ປະມານ 336 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 329 ລ້ານໂດລາສະຫະລັດ, ເກືອກາລີ ​ປະມານ 320 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ ປະມານ 254 ລ້ານໂດລາສະຫະລັດ ແລະ ນໍ້າຕານ ປະມານ 236 ລ້ານໂດລາສະຫະລັດ.

ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ - Visit Laos Visit SALANA BOUTIQUE HOTEL - ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ

ສ່ວນສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບໄດ້ແກ່: ນ້ຳມັນກາຊວນ ປະມານ 953 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 572 ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 454 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 323 ລ້ານໂດລາສະຫະລັດ, ວັດ​ຖຸ​ມີ​ຄ່າ ປະມານ 286 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ ປະມານ 248 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ ປະມານ 238 ລ້ານໂດລາສະຫະລັດ,  ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ ປະມານ 227 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 225 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 206 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 5 ອັນດັບໄດ້ແກ່: ໄທ ປະມານ 2.940 ລ້ານໂດລາສະຫະລັດ, ຈີນ ປະມານ 2.238 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1.355 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 395 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ປະມານ 185 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 5 ອັນດັບໄດ້ແກ່: ໄທ ປະມານ 3.377 ລ້ານໂດລາສະຫະລັດ, ຈີນ ປະມານ 1.646 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 423 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 311 ລ້ານໂດລາສະຫະລັດ, ສະວິດເຊີແລນ ປະມານ 282 ລ້ານໂດລາສະຫະລັດ.

 

ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ - 4 - ປີ 2022 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 15.000 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!