ຈູດ ເບລລິງແຮມ ບັນລຸຂໍ້ຕົກລົງສ່ວນຕົວກັບ ຣຽວ ມາດຣິດ ແລ້ວ
May 11, 2023 - 9:01 PM




ຈູດ ເບລລິງແຮມ ກອງກາງ ໂບຣຸສເຊຍ ດອດມຸນ ບັນລຸຂໍ້ຕົກລົງສ່ວນຕົວໃນການຍ້າຍຮ່ວມທີມ ຣຽວ ມາດຣິດ ແລ້ວ ຂະນະທີ່ທີມຊຸດຂາວກຽມເປີດການເຈລະຈາເລື່ອງຄ່າຕົວກັບ ໂບຣຸສເຊຍ ດອດມຸນ.
ໂດຍກ່ອນໜ້ານີ້ມີລາຍງານວ່າ ຣຽວ ມາດຣິດ ພວມດຳເນີນການໃນການຄວ້າ ເບລລິງແຮມ ໄປຮ່ວມທີມຫລັງເປີດສາກເຈລະຈາກັບນັກເຕະ ແລະ ກຽມບັນລຸຂໍ້ຕົກລົງສ່ວນຕົວກັບນັກເຕະອາຍຸ 19 ປີລາຍນີ້.
ຈົນຫລ້າສຸດ ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງລະບຸວ່າ ເບລລິງແຮມ ໄດ້ບັນລຸຂໍ້ຕົກລົງສ່ວນຕົວກັບ ເບລລິງແຮມ ເປັນທີ່ຮຽບຮ້ອຍແລ້ວຕັ້ງແຕ່ 10 ປີກ່ອນ ຫລັງກອງກາງທີມຊາດອັງກິດຕື່ນເຕັ້ນກັບໂຄງການຂອງ ຣຽວ ມາດຣິດ.
ຂະນະທີ່ ມາດຣິດ ຕ້ອງການທີ່ຈະເປີດໂຕະເຈລະຈາກັບ ດອດມຸນ ເຖິງເລື່ອງລາຍລະອຽດ ແລະ ຄ່າຕົວຂັ້ນສຸດທ້າຍຂອງ ເບລລິງແຮມ ພາຍໃນເດືອນພຶດສະນີ້.