ເທນ ຮາກ ຫວັງໄດ້ກອງຫລັງສະເໜ່ແຮງ ເສີມທີມ ຄ່າຕົວ 52 ລ້ານປອນ
May 11, 2023 - 7:33 AM




Sun Sport ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ຈະສາມາດຊື້ ຄິມ ມິນ ແຈ ກອງຫລັງຂອງ ນາໂປລີ ທີມຜູ້ນຳຂອງ ກັລ ໂຊ ເຊເຣຍ ອາ ອິຕາລີ ໃນລະດູການນີ້.
ເຖິງວ່າກ່ອນໜ້ານີ້ ຈະມີລາຍງານວ່າ ຄະນະບໍລິຫານຂອງ ແມນຢູ ຈະສູ້ລາຄາພຽງ 40 ລ້ານປອນເທ່ົານັ້ນ ເຊິ່ງຫລ້າສຸດມີລາຍງານວ່າສະໂມສອນຢືນຢັນຈະຈີກສັນຍາດ້ວຍເງິນຈຳນວນ 52 ລ້ານປອນ ເພື່ອຊື້ກອງຫລັງທີມຊາດ ສ.ເກົາຫລີ ມາຢູ່ຮ່ວມຊາຍຄາ ໂອນ ແທຣຟຟອດ ເພື່ອເຂົ້າມາຊ່ວຍ ຣາຟາເອລ ວາຣານ ແລະ ລິຊານໂດຣ ມາຕີເນສ ໃນລະດູການນີ້.
ສຳລັບ ຄິມ ມິນ ແຈ ຫາກໍເປັນນັກເຕະ ສ.ເກົາຫລີ ຄົນທຳອິດທີ່ໄດ້ແຊ໊ມ ກັລໂຊ ເຊເຣຍ ອາ ກັບ ນາໂປລີ ມາຫມາດໆ ຜົນງານສ່ວນຕົວໃນລະດູການນີ້ ຍິງໄປ 2 ປະຕູ 2 ແອສຊິສ ຈາກການລົງສະໜາມ 43 ເກມໃນທຸກລາຍການ.