ປິດສາກ 18 ປີ ເຊີຄີໂອ ບຸສເກສ ອຳລາ ບາເຊໂລນາ ຫລັງຈົບລະດູການນີ້




ບາເຊໂລນາ ຢືນຢັນວ່າ ເຊີຄີໂອ ບຸນເກສ ກອງກາງຫົວໜ້າທີມຈະຍ້າຍອອກຈາກ ບາເຊໂລນາ ຫລັງຈົບລະດູການນີ້ ພ້ອມເປັນການປິດສາກໄລຍະເວລາ 18 ປີໃນຖິ່ນ ຄຳ ນູ.
ສຳລັບ ບຸສເກັດ ຫລິ້ນໃຫ້ກັບ ບາເຊໂລນາ ຕັ້ງແຕ່ທີເຍົາວະຊົນໃນປີ 2005 ກ່ອນໄດ້ໂອກາດໃຫ້ຂຶ້ນສູ່ທີມຊາດໃຫຍ່ໃນປີ 2008 ເຊິ່ງຈາກນັ້ນລາວກໍກາຍເປັນຜູ້ຫລິ້ນຂອງທີມມາໂດຍຕະຫລອດ ແລະ ມີສ່ວນສຳຄັນໃນການພາທີມຄວ້າແຊ໊ມມາຄອງຫລາກຫລາຍ ທັງ ລາ ລີກາ ສະເປນ 8 ສະໄຫມ, ໂກປາ ເດລ ເຣ 8 ສະໄຫມ, ຢູຟາ ແຊ໊ມປຽນລີກ 3 ສະໄຫມ ແລະ ຟີຟາ ຄລັບ ເວີນ ຄັບ 3 ສະໄຫມ ເປັນຕົ້ນ.
ແນວໃດກໍຕາມດາວເຕະອາຍຸ 34 ປີ ເຊິ່ງປັດຈຸບັນສວປອກແຂນຫົວໜ້າທີມ ເຫລືອສັນຍາກັບທີມຈົນເຖິງລະດູການນີ້ເທົ່ານັ້ນ ແລະ ຍັງບໍ່ມີການຂະຫຍາຍສັນຍາໃຫມ່ອອກໄປ ທ່າມກາງຂ່າວລືວ່າລາວຕັດສິນໃຈທີ່ຈະອຳລາທີມ ບາເຊໂລນາ ໂດຍມີ ອັລ ຮິລາລ ທີມດັງຂອງຊາອຸດິອາຣະເບຍເປັນເປົ້າຫມາຍຕໍ່ໄປ.
ຈົນຫລ້າສຸດ ບາເຊໂລນາ ຢືນຢັນວ່າ ບຸສເກສ ຈະຍ້າຍອອກຈາກທີມຢ່າງເປັນທາງການຫລັງຈົບລະດູການນີ້ ພ້ອມໂພສຄລິບອຳລາຕຳນານສະໂມສອນດັ່ງກ່າວດ້ວຍຂໍ້ຄວາມວ່າ : “ ຕຳນານສະໂມສອນ ບາເຊໂລນາ ກ່າວຄຳອຳລາ ”.
ຂະນະທີ່ ບຸສເກສ ກ່າວເຖິງການອຳລາສະໂມສອນຫລັງຫລິ້ນມາ 18 ປີຜ່ານທາງອິນສະຕາແກຣມສ່ວນຕົວວ່າ : “ ເຖິງເວລາແລ້ວທີ່ຈະປະກາດວ່ານີ້ຄືລະດູການສຸດທ້າຍຂອງຂ້ອຍກັບ ບາເຊໂລນາ ”.
ສຳລັບ ບຸສເກສ ລົງສະໜາມໃຫ້ກັບ ບາເຊໂລນາ ມາແລ້ວ 718 ເກມ ເຮັດໄດ້ 18 ປະຕູ ກັບ 45 ແອສຊິສ.