ເດັກອໍທິສຕິກ ອາຍຸ 11 ປີ ທີ່ມາພ້ອມໄອຄິວ 162


ເດັກນ້ອຍຄົນແມັກຊິໂກ ອາຍຸ 11 ປີ ຖືກໝູ່ເອົາປຽບຢູ່ຕະຫລອດຈາກການເປັນອໍທິສຕິກ ແຕ່ຜົນທົດສອບພັດມີໄອຄິວຫລາຍກວ່າ Albert Einstein
.
ເມື່ອບໍ່ດົນມານີ້ສື່ຕ່າງປະເທດໄດ້ອອກມາລາຍງານເລື່ອງລາວຂອງ Adhara Pérez Sánchez ເດັກຍິງໄວອາຍຸ 11 ປີ ຜູ້ເກີດມາພ້ອມອາການອໍທິສຕິກ
.
ນ້ອງ Adhara ເປັນເດັກທີ່ເກີດມາໃນຄອບຄົວລາຍໄດ້ໜ້ອຍ ແລະ ຖືກໝູ່ໃນໂຮງຮຽນເອົາປຽບຕະຫລອດຈົນຕ້ອງຍ້າຍໂຮງຮຽນເຖິງ 3 ຄັ້ງ ເຮັດໃຫ້ລາວກາຍເປັນເດັກເກັບຕົວ ແລະ ຊຶມເສົ້າ, ແນວໃດກໍຕາມນ້ອງຄົນນີ້ກັບກາຍເປັນຄົນທີ່ສະຫລາດ, ແມ່ຂອງນ້ອງຄົນນີ້ເລີ່ມສັງເກດເຫັນວ່ານ້ອງສາມາດຮຽນຄະນິດ ແລະ ຈື່ຈໍາຕາຕະລາງທາດໄດ້ດ້ວຍຕົວເອງ ແຕ່ແມ່ຄິດວ່າລູກສາວພຽງແຕ່ບໍ່ມີຫຍັງເຮັດ
.
ຈາກທີ່ນ້ອງດັ່ງກ່າວມີອາການຊຶມເສົ້າ ແມ່ຈຶ່ງໄດ້ພາລູກສາວເຂົ້າຮັບການບໍາບັດ ແຕ່ນັກບໍາບັດໄດ້ແນະນໍາໃຫ້ແມ່ສົ່ງນ້ອງໄປໂຮງຮຽນສໍາລັບເດັກທີ່ມີພອນສະຫວັນ ແລະ ປາກົດວ່ານ້ອງຄົນນີ້ກໍມີພອນສະຫວັນອີ່ຫລີ, ເພາະລາວໄດ້ຮັບການຢືນຢັນວ່າມີໄອຄິວສູງເຖິງ 162 ເຊິ່ງສູງກວ່າ ອັລເບີດ ໄອສະຕາຍ ແລະ ສະຕີເຟັນ ຮໍກິງ ທີ່ມີໄອຄິວ 160
.
ນ້ອງ Adhara ຮຽນຈົບຊັ້ນປະຖົມສຶກສາຕອນອາຍຸ 5 ປີ ແລະ ຈົບຊັ້ນມັດທະຍົມສຶກສາໃນອີກໜຶ່ງປີຕໍ່ມາ ບໍ່ພຽງເທົ່ານັ້ນນ້ອງຄົນນີ້ຍັງສໍາເລັດການສຶກສາລະດັບປະລິນຍາຕີສາຂາວິສະວະກໍາ ແລະ ກໍາລັງສຶກສາຫລັກສູດປະລິນຍາໂທ ສາຂາຄະນິດສາດ ຕາມການລາຍງານຂອງສື່ Marie Claire Mexico
.


ຄວາມຝັນຂອງນ້ອງ Adhara ແມ່ນການໄດ້ເປັນນັກບິນອາວະກາດ ແລະ ຄາດວ່າຈະໄດ້ເຮັດວຽກກັບນາຊາໄວໆນີ້